ສປປ ເກົາຫລີ ຂູ່ຍົກເລີກປະຊຸມສຸດຍອດກັບອາເມລິກາ

ອະນາຄົດຂອງກອງປະຊຸມສຸດຍອດຄັ້ງປະຫວັດສາດ ລະຫວ່າງອາເມລິກາກັບ ສປປ ເກົາຫລີ ເກີດຄວາມບໍ່ແນ່ນອນ, ພາຍຫລັງ ສປປ ເກົາຫລີ ຍົກເລີກກອງປະຊຸມລະດັບສູງກັບ ສ ເກົາຫລີ ແລະ ຂູ່ຈະຍົກເລີກກອງປະຊຸມສຸດຍອດຄັ້ງປະຫວັດສາດກັບ ອາເມລິກາ ເນື່ອງຈາກບໍ່ພໍໃຈທີ່ອາເມລິກາຊ້ອມຮົບກັບ ສ ເກົາຫລີ.
And here it is: the English-language translation of N. Korea's latest statement, taking aim pretty clearly at John Bolton. pic.twitter.com/Utl8vYStVB
— Jonathan Cheng (@JChengWSJ) May 16, 2018
ຖະແຫລງການຂອງ ສປປ ເກົາຫລີ ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ກ່ອນເຈົ້າໜ້າທີ່ລະດັບສູງຂອງ 2 ເກົາຫລີ ຈະພົບປະຫາລືກັນຢູ່ປານມູນຈອມ ບໍລິເວນຊາຍແດນຂອງ 2 ປະເທດ ເພື່ອພິຈາລະນາຫາທາງປະຕິບັດຕາມຂໍ້ຕົກລົງຫລຸດຄວາມເຄັ່ງຕຶງທາງທະຫານຕາມຊາຍແດນ ແລະ ປັບປຸງການພົວພັນລະຫວ່າງກັນ ໂດຍ ສປປ ເກົາຫລີ ລະບຸວ່າ: ການຊ້ອມຮົບໃນປະຕິບັດການ ແມັກ ອາເທີ ເຊິ່ງເລີ່ມຂຶ້ນໃນວັນທີ 14 ພຶດສະພາ ໂດຍມີເຮືອບິນເຂົ້າຮ່ວມປະມານ 100 ລຳ ເປັນການຕັ້ງໃຈຍົ່ວຍຸທາງທະຫານ ແລະ ເປັນການທ້າທາຍຕໍ່ກອງປະຊຸມສຸດຍອດລະຫວ່າງທ່ານ ກິມ ຈ໋ອງອຸນ ຜູ້ນຳ ສປປ ເກົາຫລີ ກັບປະທານາທິບໍດີ ມຸນ ແຈອິນ ຂອງ ສ ເກົາຫລີ ເຊິ່ງມີຂຶ້ນໃນເດືອນເມສາຜ່ານມາ.
ສຳນັກຂ່າວ KCNA ຂອງ ສປປ ເກົາຫລີ ລະບຸວ່າ: ເຮືອບິນທີ່ເຂົ້າຮ່ວມຊ້ອມຮົບ ລວມທັງເຮືອບິນຖິ້ມລະເບີດບີ 52 ທີ່ສາມາດຕິດຫົວຮົບນິວເຄຼຍ ແລະ ເຮືອບິນຂັບໄລ່ ເອຟ 22 ຮຸ່ນສະເຕລ ເຊິ່ງເຄີຍມີເປົ້າໝາຍໂຈມຕີ ສປປ ເກົາຫລີ, ສ່ວນ ສ ເກົາຫລີ ລະບຸວ່າ: ການຕັດສິນໃຈຂອງ ສປປ ເກົາຫລີ ຄັ້ງນີ້ໜ້າເສຍດາຍ ແລະ ຮຽກຮ້ອງໃຫ້ ສປປ ເກົາຫລີ ກັບເຂົ້າສູ່ການເຈລະຈາໂດຍໄວ, ສ່ວນອາເມລິການັ້ນ ກະຊວງຕ່າງປະເທດອາເມລິກາເນັ້ນວ່າ: ທ່ານ ກິມ ຈ໋ອງອຸນ ເຄີຍບອກວ່າເຂົ້າໃຈເຖິງຄວາມຈຳເປັນ ແລະ ຈຸດປະສົງ ຂອງການຊ້ອມຮົບທີ່ມີການວາງແຜນໄວ້ດົນນານແລ້ວ ແລະ ກ່າວວ່າ: ອາເມລິກາບໍ່ໄດ້ຮັບຟັງຂໍ້ມູນໃດໆໂດຍກົງຈາກ ສປປ ເກົາຫລີ ແລະ ສ ເກົາຫລີ ທີ່ຈະເຮັດໃຫ້ມີການປ່ຽນແປງ ແລະ ອາເມລິກາ ຈະກຽມການສຳລັບກອງປະຊຸມສຸດຍອດຂອງຜູ້ນຳ ອາເມລິກາ ກັບ ສປປ ເກົາຫລີ ຕໍ່ໄປ.

