ລັດເລີ່ມເຂັ້ມງວດດັດສົມປໍ້ານໍ້າມັນເຊື້ອໄຟທີ່ບໍ່ໄດ້ມາດຖານ

ໃນສະພາບເປັນຈິງ, ປ້ຳນ້ຳມັນເຊື້ອໄຟເກີດຂື້ນຢ່າງຫລວງຫລາຍ, ແຕ່ສ່ວນໜຶ່ງຍັງບໍ່ທັນຖືກລະບຽບ ແລະ ໄດ້ມາດຕະຖານວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟເລກທີ 331/ນຍ, ຫລ້າສຸດເມື່ອວັນທີ 10 ພຶດສະພານີ້, ກະຊວງການຄ້າກໍໄດ້ເປີດກອງປະຊຸມເຜີຍແຜ່, ເລັ່ງທວງໃຫ້ຜູ້ປະກອບການນ້ຳມັນເຊື້ອໄຟຮີບດ່ວນແກ້ໄຂ ຄື: ພາຍໃນໄລຍະເວລາ 1 ປີຕ້ອງປັບປຸງສໍາລັບບໍລິສັດນໍາເຂົ້າ-ສົ່ງອອກນໍ້າມັນ, 2 ປີສໍາລັບປໍ້າທີ່ເປີດໃຫ້ບໍລິການແລ້ວ ແຕ່ບໍ່ຖືກລະບຽບຕ້ອງຮີບຮ້ອນດັດປັບຖ້າບໍ່ຈະຕ້ອງໂຈະກິດຈະການຖາວອນ ແລະ 3 ປີອາຍຸໃບທະບຽນ ທຸລະກິດຂາຍຍ່ອຍນໍ້າມັນທີ່ຖືກລະບຽບສາມາດຕໍ່ໄດ້, ຖ້າບໍ່ຖືກກໍຈະຖືກປິດກິດຈະການທັນທີ.
ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ເຈົ້າໜ້າທີ່, ເຈົ້າຂອງບໍລິສັດນໍາເຂົ້ານໍ້າມັນໃຫ້ຮັບຊາບ ແລະ ພ້ອມກັນປະຕິບັດຢ່າງເຂັ້ມງວດຕໍ່ດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟເລກທີ 331/ນຍ ແລະ ຄຳສັ່ງແນະນຳດັ່ງກ່າວໃຫ້ຜູ້ປະກອບການທຸລະກິດນໍ້າມັນເຊື້ອໄຟເປັນເອກະພາບໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.
ດຳລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ເລກທີ 331/ນຍ, ມີ 11 ພາກ 87 ມາດຕາ, ເຊິ່ງມີບາງມາດຕາສຳຄັນ ຄື: ມາດຕາທີ 7 ຂໍ້ 3 ປໍ້ານໍ້າມັນເຊື້ອໄຟ ລະບຸເພີ່ມຕື່ມໃນຂໍ້ 3.1 ສະຖານທີ່ຕັ້ງຂອງປໍ້ານໍ້າມັນເຊື້ອໄຟຕ້ອງຫ່າງຈາກເຂດຊຸມຊົນ, ໂຮງຮຽນ, ໂຮງໝໍ, ຕະຫລາດ, ແຫລ່ງນໍ້າ, ທາງໂຄ້ງ, ທາງແຍກ ແລະ ທາງສູງຊັນ 100 (ໜຶ່ງຮ້ອຍແມັດຂຶ້ນໄປ) ແລະ ຕ້ອງຫ່າງຈາກປໍ້ານໍ້າມັນເຊື້ອໄຟທີ່ສ້າງຕັ້ງແລ້ວ 1.000 (ໜຶ່ງພັນແມັດຂຶ້ນໄປ) ຕາມທິດດຽວກັນ ແລະ ບໍ່ນອນຢູ່ໃນເຂດສະຫງວນຂອງທາງຫລວງທຸກປະເພດ.
ພ້ອມດຽວກັນນັ້ນ, ໃນໝວດທີ 4 ມາດຕາທີ 27 ລະບຸວ່າ: ໃບຢັ້ງຢືນການເຄື່ອນໄຫວທຸລະກິດນໍ້າມັນເຊື້ອໄຟມີອາຍຸນໍາໃຊ້ 2 ປີ ແລະ ສາມາດຕໍ່ໄດ້. ມາດຕາທີ 28 ສຳລັບປໍ້ານໍ້າມັນເຊື້ອໄຟທີ່ໄດ້ຮັບການສ້າງຕັ້ງ ແລະ ເຄື່ອນໄຫວກ່ອນ ຕ້ອງໄດ້ປັບປຸງພາຍໃນກຳນົດເວລາສອງປີ ກາຍສອງປີຍັງບໍ່ສາມາດປັບປຸງສຳເລັດແມ່ນໃຫ້ໂຈະການເຄື່ອນໄຫວ ແລະ ຮື້ຖອນປໍ້າດັ່ງກ່າວ.

