ສປ ຈີນຈັດໂຄງການເຄື່ອນໄຫວແສງສະຫວ່າງໃນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ທີ່ນະຄອນຫຼວງວຽງຈັນ

ວັນທີ 10 ພຶດສະພານີ້, ຢູ່ໂຮງຮຽນມັດທະຍົມສົມບູນວຽງຈັນ ສະມາຄົມການຕ່າງປະເທດສປ ຈີນ, ໄດ້ຈັດກິດຈະກໍາໂຄງການເຄື່ອນໄຫວແສງສະຫວ່າງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໂດຍການເຂົ້າຮ່ວມຂອງທ່ານ ຄໍາຜາຍ ສີສະຫວັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຫວາງເຫວີນທ່ຽນ ເອກອັກຄະລັດຖະທູດຈີນ ປະຈໍາລາວ, ພ້ອມດ້ວຍຜູ້ອໍານວຍກາໂຮງຮຽນ ມັດທະຍົມສົມບູນວຽງຈັນ ແລະ ນັກຮຽນຄູອາຈານເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ມີຄຳເຫັນໃນພິທີວ່າ: ໂຄງການເຄື່ອນໄຫວແສງສະຫວ່າງໃນຂົງເຂດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໄດ້ນຳເອົາຜົນປະໂຫຍດອັນດີມາສູ່ປະຊາຊົນໃນປະເທດລຸ່ມແມ່ນ້ຳຂອງລວມທັງສປປ ລາວ, ເຊິ່ງເປັນການຮັດແໜ້ນສາຍພົວພັນຮ່ວມມືລະຫວ່າງ ລາວ-ຈີນລວມທັງບັນດາປະເທດສະມາຊິກແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ. ສປປ ລາວ ທະນຸຖະໜອມສາຍພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ສປ ຈີນ, ທັງເຊື່ອໝັ້ນວ່າສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດຈະນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
ໂອກາດດັ່ງກ່າວ ທ່ານຫຼິວປີ້ເຫວີຍ ຮອງປະທານສະມາຄົມການຕ່າງປະ ເທດ ສປ ຈີນ ກ່າວວ່າ: ສະມາຄົມການຕ່າງປະເທດຈີນໄດ້ຕິດຕໍ່ພົວພັນກັບກະຊວງການຕ່າງປະເທດ,ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ສະຖານທູດຈີນປະຈໍາລາວ ແລະພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເຊິ່ງໄດ້ເລືອກເອົາໂຮງຮຽນມັດທະຍົມສົມບູນວຽງຈັນ, ໂຮງຮຽນມັດທະຍົມສົມບຸນສະຫວັນນະເຂດແລະ ໂຮງຮຽນປະຖົມສົມບູນສຸນັ້ນທາ ແຂວງສະຫວັນນະເຂດ ເປັນໂຮງຮຽນໃນການດຳເນີນກິດຈະກຳກວດເຊັກສຸຂະພາບສາຍຕາ,ຄາດວ່າຈະມີຄົນເຂົ້າກວດປະມານ 3700 ຄົນ, ຊຶ່ງໃນນັ້ນຈະໄດ້ນໍາໃຊ້ແວ່ນຕາປະມານ20%, ໂດຍທາງໂຄງການຈະສົ່ງໃຫ້ແຕ່ລະໂຮງຮຽນຕາມພາຍຫລັງ.
ທ່ານ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ກ່າວວ່າ: ກິດຈະກຳດັ່ງກ່າວ, ສະແດງໃຫ້ເຫັນເຖິງມິດຕະພາບອັນເປັນມູນເຊື້ອລະຫວ່າງ ຈີນ-ລາວໄດ້ແຕກດອກອກຜົນອັນໃໝ່ ແລະ ເຊື່ອໝັ້ນວ່າຄວາມສຳພັນໄມຕີລະຫວ່າງປະຊາຊົນສອງຊາດ ຈີນ-ລາວ ທີ່ມຄວາມໝາຍຍຸດທະສາດໃຫ້ໝັ້ນຄົງຕະຫລອດການ.
ໂຄງການເຄື່ອນໄຫວເພື່ອແສງສະຫວ່າງໃນປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ທີ່ ສປປ ລາວເປັນໜຶ່ງໃນໂຄງການທີ່ສໍາຄັນຂອງການຮ່ວມມືດ້ານການພັດທະນາຊີວິດການເປັນຢູ່ຂອງປະຊາຊົນຕາມລຸ່ມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງເຊິ່ງນັບແຕ່ປີ 2016 ເປັນຕົ້ນມາ ສະມາຄົມດັ່ງກ່າວໄດ້ຈັດຕັ້ງທີມແພດເພື່ອເຄື່ອນໄຫວຊ່ວຍຜ່າຕັດຕາຂຸ້ນໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ 3 ປະເທດຄື:ກໍາປູເຈຍ, ລາວ ແລະ ມຽນມາ ເຊິ່ງກິດຈະກຳນີ້ໄດ້ຮັບການຕອບຮັບ ແລະຍ້ອງຍໍຈາກຫລາຍພາກສ່ວນ. ແລະໃນປີ 2018 ນີ້, ທີມງານດັ່ງກ່າວໄດ້ເດີນທາງມາສູ່ບັນດາປະເທດລຸ່ມແມ່ນນໍ້າຂອງອີກຄັ້ງໜຶ່ງເພື່ອດຳເນີນການໄລຍະ 2 ຂອງໂຄງການ ນັ້ນກໍ່ຄືກິດຈະກຳ ແສງສະຫວ່າງເພື່ອສຸຂະພາບສາຍຕາຂອງນັກຮຽນມັດຖະຍົມ ແລະ ປະຖົມ ໃນບັນດາປະເທດລຸ່ມແມ່ນໍ້າຂອງຈາກທີມແພດກຸ່ມໂຮງໝໍປົວຕາໄອເອີ້ ສປ. ຈີນ.

