ສະຫລອງວັນສ້າງຕັ້ງສຳນັກຂ່າວສານປະເທດລາວຄົບຮອບ 50 ປີ

ພິທີສະເຫລີມສະຫລອງວັນສ້າງຕັ້ງສຳນັກຂ່າວສານປະເທດລາວຄົບຮອບ 50 ປີ (6 ມັງກອນ 1968- 6 ມັງກອນ 2018) ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພານີ້, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ມີທ່ານລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ບໍ່ແສງຄຳ ວົງດາລາ, ບັນດາການນໍາຂັ້ນສູງພັກ-ລັດ ແລະ ພະນັກງານ-ລັດຖະກອນສຳນັກຂ່າວສານປະເທດລາວ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຈຳນວນຫລາຍ.
ໃນໂອກາດດັ່ງກ່າວ, ທ່ານ ສູນທອນ ຄັນທະວົງ ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການກໍ່ຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຂ່າວສານປະເທດລາວຕະຫລອດໄລຍະ 5 ທົດສະວັດຜ່ານມາ ທີ່ຕິດພັນຢ່າງສະໜິດແໜ້ນກັບພາລະກິດປະຕິວັດໃນແຕ່ລະໄລຍະ ແລະ ມູນເຊື້ອແຫ່ງນ້ຳໃຈຕໍ່ສູ້ອັນເດັດດ່ຽວ, ບຸກບືນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ເຖິງຈະມີຄວາມຫຍຸ້ງຍາກປານໃດກໍຕາມ, ແຕ່ດ້ວຍຄວາມຮັບຜິດຊອບຕໍ່ພາລະບົດບາດ, ນັບແຕ່ມື້ສ້າງຕັ້ງຂ່າວສານປະເທດລາວໄດ້ມີສາຂາຂ່າວປະຈຳຫລາຍທ້ອງຖິ່ນເຊັ່ນ: ຊຽງຂວາງ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ຫົວພັນ ແລະ ແຂວງອື່ນໆບ່ອນທີ່ມີສະໜາມຮົບອັນດຸເດືອດ ເຊັ່ນ: ບັ້ນຮົບຜາຖີ່, ບັ້ນຮົບນ້ຳບາກ), ບັ້ນຮົບກູ້ກຽດ, ບັ້ນຮົບລາມເຊິນ 719, ບັ້ນຮົບສາມສອນ-ສອນໄຊ, ບັ້ນຮົບຢູ່ແຂວງສາລະວັນ, ປາກຊ່ອງບໍລະເວນ, ເລົ່າງາມ ແລະ ບັ້ນຮົບອື່ນໆ, ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ສຳນັກຂ່າວສານປະເທດລາວໄດ້ມີການປ່ຽນແປງປັບປຸງຫລາຍດ້ານຈຳນວນພະນັກງານໄດ້ເພີ່ມຂຶ້ນຈຳນວນຫລາຍ, ພ້ອມທັງໄດ້ສືບຕໍ່ພິມໃບຂ່າວລາຍວັນເປັນພາສາລາວ, ໃບຂ່າວຄົ້ນຄວ້າ, ໃບຂ່າວພາສາຝຣັ່ງ, ພາສາອັງກິດ ແລະ ນັບແຕ່ປີ 2001 ເປັນຕົ້ນມາ ໄດ້ເພີ່ມຜະລິດຕະພັນຄືຈັດພິມໜັງສືພິມປະເທດລາວ ເພື່ອໂຄສະນາແນວທາງນະໂຍບາຍຂອງພັກ-ລັດ ແລະ ການພັດທະນາເສດຖະກິດ-ສັງຄົມຂອງຊາດໄດ້ດີຂຶ້ນເປັນກ້າວໆມາ, ເຊິ່ງມາຮອດປັດຈຸບັນໄດ້ມີເວັບໄຊ www.kpl.gov.la ເປັນພາສາລາວ, ອັງກິດ ແລະ ຝຣັ່ງ, ໃບຂ່າວພາຍໃນປະເທດ ແລະ ຂ່າວໂລກທີ່ເປັນພາສາລາວລາຍວັນອອນລາຍ, ໃບຂ່າວຄົ້ນຄວ້າລາຍວັນ, ໜັງສືພິມປະເທດລາວລາຍວັນ, ວາລະສານປະເທດລາວລາຍໄຕມາດ, ຮູບພາບ-ສໍາເນົາສຳລັບການໂຄສະນາ ແລະ ອື່ນໆ. ພ້ອມນີ້ ຍັງມີສື່ອອນລາຍປະເທດລາວ (Facebook), ຄລິບວີດີໂອຂ່າວພາສາລາວຜ່ານເຄືອຂ່າຍອິນເຕີເນັດ ແລະ ບໍລິການ SMS ຜ່ານເຄືອຂ່າຍໂທລະສັບຂອງບໍລິສັດລາວໂທລະຄົມ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຊີ້ນໍາຕໍ່ຄະນະນຳ ແລະ ພະນັກງານສຳນັກຂ່າວສານປະເທດລາວ, ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້, ໂດຍສະເພາະແມ່ນການຮັບປະກັນການປະຕິບັດບົດບາດໜ້າທີ່ເປັນກະບອກສຽງອັນແຫລມຄົມຂອງພັກ ກໍຄືເປັນອົງການຂ່າວທາງການຂອງລັດຖະບານດ້ວຍດີຕະຫລອດມາ ແລະ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່, ຮຽກຮ້ອງ ໃຫ້ເພີ່ມທະວີບົດບາດການເປັນອົງການຂ່າວທາງການຂອງລັດຖະບານໃຫ້ສູງເດັ່ນຂຶ້ນ, ໂດຍສະເພາະສືບຕໍ່ຍົກສູງຄຸນນະພາບຂອງເນື້ອໃນບົດ ແລະ ຂ່າວໃຫ້ມີຫລາກຫລາຍສີສັນ, ທັງຮັບປະກັນລັກສະນະຂອງສື່ມວນຊົນປະຕິວັດ ກໍຄືມີນ້ຳໃຈຈົ່ງຮັກພັກດີຕໍ່ພັກ ແລະ ລັດ ກໍຄືປະເທດຊາດ, ເອົາໃຈໃສ່ຍົກລະດັບຄວາມຮູ້ຄວາມສາມາດຂອງສະມາຊິກພັກ-ພະນັກງານ ເພື່ອສາມາດກຳແໜ້ນ ແລະ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ, ການນຳສະເໜີຂໍ້ມູນຂ່າວສານຕ່າງໆໃຫ້ທັນສະໄໝ ສາມາດເຊື່ອມໂຍງພາກພື້ນ ແລະ ສາກົນໄດ້, ພ້ອມທັງຊຸກຍູ້ສົ່ງເສີມ ແລະ ຂະຫຍາຍການພົວພັນຮ່ວມມືແລກປ່ຽນຂໍ້ມູນຂ່າວສານກັບສຳນັກຂ່າວສານບັນດາປະເທດເພື່ອນມິດຍຸດທະສາດ ກໍຄືພາກພື້ນ ແລະ ໃນໂລກ ເພື່ອຍາດແຍ່ງການສະໜັບສະໜູນຊ່ວຍເຫລືອ ລວມທັງປະສົບການໃຫ້ຫລາຍຂຶ້ນ ເພື່ອປະກອບສ່ວນສຳຄັນເຂົ້າໃນພາລະກິດຂອງຊາດ, ຂອງການປະຕິວັດໃຫ້ມີຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ.
ໃນໂອກາດອັນສະຫງ່າລາສີນີ້, ທ່ານລັດຖະມົນຕີ ບໍ່ແສງຄຳ ວົງດາລາ ໄດ້ຕ້າງໜ້າລັດຖະບານປະດັບຫລຽນໄຊອິດສະຫລະຊັ້ນ I ໃຫ້ສຳນັກຂ່າວສານປະເທດລາວ ຢ່າງສົມກຽດ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ສຳນັກຂ່າວສານປະເທດລາວຍາດມາໄດ້ຕະຫລອດໄລຍະ 50 ປີຜ່ານມາ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດປົດປ່ອຍຊາດ, ຍາດເອົາເອກະລາດມາສູ່ປະເທດຊາດໄດ້ຢ່າງສົມບູນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດທີ່ນັບມື້ເຕີບໃຫຍ່ເຂັ້ມແຂງ.

