9 ເຄື່ອງດື່ມຊ່ວຍຫລຸດອາການເຈັບທ້ອງນ້ອຍປະຈຳເດືອນ

  1. ນ້ຳອຸ່ນ : ໃນໄລຍະທີ່ເປັນປະຈຳເດືອນ ທ່ານຈະສູນເສຍນຳ້ໃນຮ່າງກາຍໄປນຳ ດັ່ງນັ້ນການດື່ມນຳ້ຫລາຍໆຈຶ່ງເປັນສິ່ງທີ່ສົມຄວນເຮັດ ໂດຍສະເພາະແມ່ນການດື່ມນຳ້ອຸ່ນ ເພາະນຳ້ອຸ່ນຈະຊ່ວຍໃຫ້ເລືອດໄຫລວຽນໄດ້ສະດວກຍິ່ງຂຶ້ນ ພ້ອມທັງຊ່ວຍຜ່ອນຄາຍກ້າມຊີ້ນໃນຮ່າງກາຍໃຫ້ເຊົາຈາກອາການປວດປະຈຳເດືອນໄປໃນໂຕ.
  2. ນ້ຳຂີງ : ເປັນສະໝຸນໄພທີ່ມີລົດຊາດເຜັດຮ້ອນ ຈຶ່ງຊ່ວຍກະຕຸ້ນໃຫ້ເລືອດໄຫລວຽນໄດ້ສະດວກ ຍິ່ງຂຶ້ນ ແລະ ການດື່ມນຳ້ຂີງອຸ່ນໆກໍຈະຊ່ວຍຫລຸດອາການຫົດເກັງຂອງກ້າມຊີ້ນໄດ້. ນອກຈາກນີ້, ຂີງຍັງເປັນພືດສະໝຸນໄພທີ່ມີສັບພະຄຸນຊ່ວຍຫລຸດອາການຍື່ງທ້ອງແໜ້ນທ້ອງ ເຊິ່ງມັກຈະເກີດໃນໄລຍະທີ່ເຮົາເປັນປະຈຳເດືອນ ທັງຍັງສາມາດຫລຸດອາການວິນຫົວປວດຮາກໄດ້ນຳອີກ.
  3. ນ້ຳເຜິ້ງປະສົມນຳ້ໝາກນາວອຸ່ນໆ : ສັບພະຄຸນຂອງນຳ້ເຜິ້ງແມ່ນຊ່ວຍບຳລຸຸງເລືອດ ທັງຍັງຕ້ານການອັກເສບ, ແກ້ອາ ການຖ່າຍແຫລວ ຫລື ຖອກທ້ອງໄດ້. ສ່ວນນຳ້ໝາກນາວກໍມີວິຕາມິນເຊ ແລະ ສານຕ້ານອະນຸມູນອິດສະລະ ເຊິ່ງຊ່ວຍຫລຸດຜ່ອນອາການປວດປະຈຳເດືອນໄດ້ ໂດຍດື່ມອຸ່ນໆຈະຊ່ວຍໃຫ້ເລືອດໄຫລວຽນດີຂຶ້ນ.
  4. ນຳ້ໝາກນັດ : ຈະເຮັດເປັນນຳ້ປັ່ນ ຫລື ກິນໝາກນັດເປັນໜ່ວຍກໍຊ່ວຍຫລຸດອາການປວດປະຈຳເດືອນໄດ້ບໍ່ຕ່າງກັນ ເນື່ອງຈາກໝາກນັດເປັນໝາກໄມ້ທີ່ມີນຳ້ຫລາຍ ແລະ ມີສັບພະຄຸນຊ່ວຍຜ່ອນຄາຍກ້າມຊີ້ນໃນຮ່າງກາຍ ສົ່ງຜົນໃຫ້ອາການປວດປະຈຳເດືອນຫລຸດຜ່ອນລົງ.
  5. ຊາຂຽວ : ຊາຂຽວອຸດົມໄປດ້ວຍສານຕ້ານອະນຸມູນອິດສະລະ ສ່ວນປະກອບສຳຄັນທີ່ຊ່ວຍຫລຸດອາການປວດປະຈຳເດືອນ ໄດ້ ແຕ່ທັງນີ້ກໍຄວນດື່ມຊາຂຽວອຸ່ນໆທີ່ບໍ່ປະສົມນຳ້ຕານ, ແຕ່ຫາກຢາກໄດ້ຄວາມຫວານແມ່ນໃຫ້ຕື່ມນຳ້ເຜິ້ງຈະດີກ່ວາ.
  6. ຊາຄາໂມມາຍ : ຊາຊະນິດນີ້ມີສັບພະຄຸນຊ່ວຍຫລຸດອາການປວດເກັງຂອງກ້າມຊີ້ນ ແລະ ຊ່ວຍແກ້ອາການອັກເສບໄດ້ ດັ່ງ ນັ້ນຫາກເຈັບທ້ອງນ້ອຍປວດປະຈຳເດືອນໃຫ້ລອງດື່ມຊາຄາໂມມາຍຈະຊ່ວຍທ່ານໄດ້.
  7. ຊາເປັບເປີມິ້ນ : ມີລົດຊາດເຜັດຮ້ອນ ຊ່ວຍກະຕຸ້ນການໄຫລວຽນຂອງເລືອດ ແລະ ຊ່ວຍຫລຸດຜ່ອນອາການປວດປະຈຳເດືອນໄດ້ ດັ່ງນັ້ນຫາກບໍ່ມີຊາຄາໂມມາຍ ຈະດື່ມຊາເປັບເປີມິ້ນອຸ່ນໆແທນກໍຊ່ວຍແກ້ອາການເຈັບທ້ອງນ້ອຍໄດ້ຄືກັນ.
  8. ແອັບເປິ້້ນໄຊເດີ້ : ປະສົມນຳ້ອຸ່ນ 1 ຈອກກັບແອັບເປິ້ນໄຊເດີ້ 1 ບ່ວງຊາ ແລ້ວດື່ມກ່ອນອາຫານ 3 ຄາບ : ເຊົ້າ – ສວາຍ – ແລງ ເພື່ອຊ່ວຍແກ້ອາການເຈັບທ້ອງນ້ອຍ ເຊິ່ງແອັບເປິ້ນໄຊເດີ້ມີທາດການຊຽມ ແລະ ໂປຕັສຊຽມ ທີ່ຊ່ວຍຫລຸດອາການອ່ອນເພຍໃນເວລາເປັນປະຈຳເດືອນ ທັງຍັງຊ່ວຍຄາຍກ້າມຊີ້ນທີ່ຫົດເກັງໄດ້.
  9. ນົມອຸ່ນໆ : ນົມມີທາດການຊຽມ ທັງຍັງມີແມັກນີຊຽມທີ່ຊ່ວຍຫລຸດອາການປວດປະຈຳເດືອນໄດ້ ແລະ ການດື່ມນົມອຸ່ນໆຍັງຊ່ວຍໃຫ້ກ້າມຊີ້ນເກີດການຜ່ອນຄາຍ, ອາການເຈັບທ້ອງນ້ອຍຍ້ອນເປັນປະຈຳເດືອນກໍຈະຫລຸດຜ່ອນລົງໄດ້.