ກໍາມະບານ ETL ມີຜົນງານຫລາຍດ້ານໃນ 5 ປີຜ່ານມາ

ກອງປະຊຸມໃຫຍ່ຄັ້ງທີ V ຂອງສະຫະພັນກໍາມະບານຮາກຖານບໍລິສັດອີທີແອລ ຈໍາກັດ ເພື່ອສະຫລຸບການເຄື່ອນໄຫວວຽກງານແຕ່ປີ 2014-2018 ແລະ ຜ່ານແຜນການເຄື່ອນໄຫວວຽກງານໃນຕໍ່ໜ້າ, ໄດ້ຈັດຂຶ້ນໃນວັນທີ 4 ພຶດສະພານີ້, ໂດຍການເປັນປະທານຂອງສະຫາຍ ບຸນເລີດ ສີນລາດສະວົງ ປະທານຄະນະບໍລິຫານງານກໍາມະບານຮາກຖານບໍລິສັດ ອີທີແອລ ຈໍາກັດ ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄໍາພູ ດວງຖະໜອມ ຄະນະພັກ, ປະທານກໍາມະບານກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ມີສະຫາຍ ສຸດໃຈ ລໍລອນສີ ຄະນະພັກຮາກຖານ, ຮອງຜູ້ອໍານວຍການໃຫຍ່ບໍລິສັດ ອີທີແອລ, ພ້ອມດ້ວຍສະມາຊິກກໍາມະບານບໍລິສັດດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ບຸນເລີດ ສີນລາດຊະວົງ ກ່າວວ່າ: ສະຫະພັນກໍາມະບານຮາກຖານບໍລິສັດ ອີມີແອລ ແມ່ນໜຶ່ງໃນໂຄງປະກອບກົງຈັກການຈັດຕັ້ງສະຫະພັນກໍາມະບານກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ມີສະມາຊິກທັງໝົດ 495 ສະຫາຍ (ຍິງ 179 ສະຫາຍ), ແບ່ງເປັນ 6 ໜ່ວຍ ແລະ 35 ຈຸ. ຍ້ອນໄດ້ຮັບການຊີ້ນໍາ-ນໍາພາຢ່າງໃກ້ຊິດຈາກຄະນະກໍາມະບານກະຊວງ ກໍຄືສູນກາງ, ຈຶ່ງເຮັດໃຫ້ການເຄື່ອນໄຫວວຽກງານວິຊາສະເພາະໃນຜ່ານມາມີປະສິດທິຜົນສູງ, ໂດຍສາມາດຮັບປະກັນການຕິດຕໍ່ສື່ສານຕະຫລອດເວລາ, ອັນໄດ້ສ້າງຄວາມເພິ່ງພໍໃຈໃຫ້ແກ່ລູກຄ້າຜູ້ຊົມໃຊ້ການບໍລິການຂອງບໍລິສັດໄດ້ເປັນຢ່າງດີ.
ໄປຄຽງຄູ່ກັບການປະຕິບັດວຽກງານວິຊາສະເພາະແລ້ວ, ຍັງໄດ້ເຄື່ອນໄຫວວຽກງານໃນໂອກາດວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ແລະ ເຊື່ອມຊຶມເອກະສານຕ່າງໆ, ໄດ້ເອົາໃຈໃສ່ກໍ່ສ້າງສະມາຊິກກຳມະບານໃຫ້ກາຍເປັນມະຫາຊົນກ້າວໜ້າ ແລະ ໄດ້ຖືກຮັບເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວຈຳນວນ 28 ສະຫາຍ, ເອົາໃຈໃສ່ປະຕິບັດນະໂຍບາຍອຸດໜູນໃຫ້ແກ່ບັນດາສະມາຊິກກຳມະບານຂອງຕົນ. ນອກນີ້, ຍັງໄດ້ຈັດຝຶກອົບຮົມພາສາອັງກິດໃຫ້ແກ່ສະມາຊິກ 3 ອົງການຈັດຕັ້ງມະຫາຊົນພາຍໃນບໍລິສັດຂຶ້ນທຸກປີ ເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງສະມາຊິກໃຫ້ນັບມື້ສູງຂຶ້ນ.
ໃນໂອກາດນີ້, ທ່ານປະທານກໍາມະບານກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ໂອລົມຕໍ່ກອງປະຊຸມ, ໂດຍແນະນໍາໃຫ້ຄະນະບໍລິຫານງານຊຸດໃໝ່ ແລະ ສະມາຊິກກຳມະບານທຸກສະຫາຍຈົ່ງໄດ້ສືບຕໍ່ມູນເຊື້ອອັນດີງາມຂອງຕົນໄວ້ຕະຫລອດໄປ, ພ້ອມທັງເພີ່ມທະວີການມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງໃຫ້ເປັນສະມາຊິກກຳມະບານທີ່ດີ, ຍົກສູງນ້ຳໃຈຮັກຊາດ, ເອົາໃຈໃສ່ຍົກລະດັບຄວາມຮູ້ຄວາມສາມາດຂອງຕົນຕະຫລອດເວລາ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ຮັ່ງມີເຂັ້ມແຂງ.

