ໂຍທາທິການ ແລະ ຂົນສົ່ງປາຖະກະຖາວັນແຮງງານສາກົນ

ວັນທີ 3 ພຶດສະພານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດປາຖະກະຖາວັນກຳມະກອນສາກົນ, ໂດຍການເຂົ້າຮ່ວມຂອງທ່ານ ລັນ ແສງອາພອນ ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ, ທ່ານ ປະທານສະຫະພັນກຳມະບານກະຊວງ ຍທຂ, ພ້ອມດ້ວຍພະນັກງານຫລັກແຫລ່ງອ້ອມຂ້າງກະຊວງເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານປະທານກຳມະບານກະຊວງດັ່ງກ່າວໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວັນທີ 1 ພຶດສະພາວ່າ: ເປັນວັນທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງສໍາລັບຊົນຊັ້ນກໍາມະກອນໃນທົ່ວໂລກ ແລະ ເປັນມື້ແຫ່ງການໂຮມພະລັງຂອງຊົນຊັ້ນກໍາມະກອນຕໍ່ສູ້ກັບນາຍທຶນ ເພື່ອທວງເອົາສິດຜົນປະໂຫຍດອັນຊອບທໍາຂອງຕົນ, ເຖິງແມ່ນວ່າຢູ່ປະເທດເອີຣົບ ແລະ ອາເມລິກາໄລຍະນັ້ນຈໍານວນໂຮງຈັກໂຮງງານ ແລະ ກໍາມະກອນໄດ້ເພີ່ມຂຶ້ນຢ່າງໄວວາໄປຄ່ຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ, ແຕ່ເຖິງຢ່າງໃດກໍຕາມ, ຊົນຊັ້ນກໍາມະກອນກໍຍັງເປັນລູກຈ້າງ, ເປັນຜູ້ອອກແຮງງານສ້າງຮັ່ງຄູນມີໃຫ້ແກ່ນາຍທຶນ ເພື່ອແລກເອົາຄວາມຢູ່ລອດຂອງຊີວິດ, ນາຍທຶນໄດ້ກົດຂີ່ຂູດຮີດບັງຄັບກຳມະກອນຕ້ອງເຮັດວຽກມື້ໜຶ່ງເຖິງ 14-15 ຊົ່ວໂມງ ເພື່ອແລກເອົາຄ່າແຮງງານ ຫລື ເງິນເດືອນທີ່ຕໍ່າ ແລະ ບໍ່ໄດ້ຮັບຄວາມເອົາໃຈໃສ່ດ້ານສະຫວັດດີການສັງຄົມແຕ່ຢ່າງໃດ.
ຈາກການກົດຂີ່ຂົ່ມເຫັງຂອງນາຍທຶນ ແລະ ການຕໍ່ສູ້ຂອງຊົນຊັ້ນກໍາມະກອນຢ່າງຕໍ່ເນື່ອງ, ມາຮອດວັນທີ 14 ພຶດສະພາ 1889 ກອງປະຊຸມກອມມູນິດສາກົນຄັ້ງທີ 2 ໄດ້ໄຂຂຶ້ນຢູ່ປາຣີດ (ປະເທດຝຣັ່ງ) ຈຶ່ງໄດ້ຕົກລົງຮັບຮອງເອົາໂຄງການດໍາເນີນງານທີ່ສໍາຄັນຂອງຕົນຄື: ຊົນຊັ້ນກໍາມະກອນຈົ່ງສາມັກຄີກັນເຂົ້າປະຕິບັດຄໍາຂວັນກໍາມະກອນມື້ໜຶ່ງເຮັດວຽກ 8 ຊົ່ວໂມງ 8 ຊົ່ວໂມງພັກຜ່ອນ ແລະ ອີກ 8 ຊົ່ວໂມງໃຫ້ໄດ້ມີໂອກາດຮໍ່າຮຽນຍົກລະດັບຄວາມຮູ້ກໍາມະກອນ ແລະ ຮັບຮອງເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ. ນັບແຕ່ນັ້ນມາວັນທີ 1 ພຶດສະພາໄດ້ເປັນວັນບຸນໃຫຍ່ອັນສໍາຄັນຂອງຊົນກໍາມະກອນໃນທົ່ວໂລກ ແລະ ມີການສະເຫລີມສະຫລອງເປັນປະຈໍາໃນທຸກໆປີ.

