ເດ ເຄອາ ຮັກສາປະຕູໄດ້ດີ ຄວ້ານັກເຕະດີເດັ່ນແຫ່ງປີ

ແມນເຊັສເຕີ ຢູໄນເຕັດ ຈັດພິທີມອບລາງວັນປະຈຳປີຂອງສະໂມສອນ ໂດຍ ດາບິດ ເດ ເຄອາ ຜູ້ຮັກສາປະຕູຂອງທີມ ກວາດ 2 ລາງວັນໃຫຍ່ປະຈຳລະດູການນີ້ໄປຄອງ ຄືນັກເຕະດີເດັ່ນແຫ່ງປີຈາກການລົງຄະແນນຂອງເພື່ອນຮ່ວມທີມ ແລະ ຈາກແຟນບານຮ່ວມກັນລົງຄະແນນ.
ເດ ເຄອາ ສ້າງຜົນງານໄດ້ດີໃນປີນີ້ ລົງຫລິ້ນໃຫ້ ແມນຢູ ແລະ ສາມາດເກັບຄະນະໄດ້ເຖິງ 21 ນັດ ໄດ້ຄະແນນໂຫລດເອົາຊະນະ ເຈສຊີ ລິນກາຣດ ແລະ ໂຣເມອູ ລູກາກູ ເພື່ອນຮ່ວມທີມ ແມນເຊັສເຕີ ຢູໄນເຕັດ.
ຂະນະທີ່ ສກອດ ແມ໊ກໂທມິເນ ນັກເຕະດາວຮຸ່ງ ໄດ້ຮັບລາງວັນນັກເຕະດີເດັ່ນຈາກການລົງຄະແນນຂອງຜູ້ຈັດການທີມ ໂຊເຊ ມູຣິນໂຢ ໄປຄອງ.

