ກຳປູເຈຍລົງທະບຽນພັກການເມືອງ ກຽມພ້ອມເລືອກຕັ້ງກໍລະກົດນີ້

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມະການການເລືອກຕັ້ງແຫ່ງຊາດຂອງກຳປູເຈຍເປີດຮັບການລົງທະບຽນພັກການເມືອງ ສຳລັບການເລືອກຕັ້ງທົ່ວໄປເຊິ່ງຈະມີຂຶ້ນໃນວັນທີ 29 ກໍລະກົດນີ້ ໂດຍພັກການເມືອງທີ່ມີຈຸດປະສົງສົ່ງຜູ້ສະໝັກຮັບເລືອກຕັ້ງລົງທະບຽນໄດ້ນັບແຕ່ວັນທີ 30 ພຶດສະພາຜ່ານມາ ຈົນເຖິງວັນທີ 14 ພຶດສະພານີ້ ເຊິ່ງແນ່ນອນວ່າພັກປະຊາຊົນກຳປູເຈຍ (CPP) ພາຍໃຕ້ການນຳຂອງນາຍົກລັດຖະມົນຕີ ສົມເດັດ ຮຸນ ເຊນ ເປັນພັກການເມືອງທຳອິດທີ່ມາລົງທະບຽນ ແລະ ມີພັກການເມືອງອີກ 16 ພັກມາຂໍຮັບເອກະສານລົງທະບຽນແລ້ວ ລວມທັງພັກເຍົາວະຊົນກຳປູເຈຍ (CYP) ເຊິ່ງປະກາດສະໜັບສະໜູນພັກ CPP.

ຂະນະທີ່ ສົມເດັດ ຮຸນ ເຊນ ເຊິ່ງຄອງອຳນາດມາຫລາຍກວ່າ 3 ທົດສະຫວັດ ແລະ ປະກາດມາຕະຫລອດວ່າພັກ CPP ຕ້ອງຊະນະການເລືອກຕັ້ງຄັ້ງນີ້ “ເພື່ອການຮັກສາສະຖຽນລະພາບຂອງປະເທດ” ຢືນຢັນວ່າການເລືອກຕັ້ງຈະເກີດຂຶ້ນຕາມກຳໜົດ ແລະ ເປັນໄປຢ່າງ “ໂປ່ງໃສ ແລະ ຍຸຕິທຳຫລາຍທີ່ສຸດ” ໂດຍສະແດງຄວາມເຊື່ອໝັ້ນວ່າຈະມີພັກການເມືອງອີກຫລາຍສົ່ງຜູ້ສະໝັກລົງແຂ່ງຂັນ ເພື່ອສ້າງສີສັນ ແລະ ຄວາມຫລາກຫລາຍ ຕາມແນວທາງປະຕິຮູບການເມືອງໃຫ້ເປັນລະບົບຫລາຍພັກ.
“That body is dead and was taken to be cremated and buried. We don’t know where the bones are, so there will be no resurrection,” #HunSen said of the #CNRP as registration for parties to compete in the July elections kicked off #electionskh https://t.co/7SYho6WL9d
— The Phnom Penh Post (@phnompenhpost) May 1, 2018

