ເອຟເວີຕັນ ພ້ອມຂາຍ ຣູນີ ຊ່ວງໜ້າຮ້ອນນີ້

ເອຟເວີຕັນ ບໍ່ປິດໂອກາດຂາຍ ເວນ ຣູນີ ຫົວຫອກຄົນເກັ່ງ ໃນຊ່ວງໜ້າຮ້ອນນີ້ ຫລັງນັກເຕະຕ້ອງພົບໄລຍະເວລາທີ່ຍາກລຳບາກນັບແຕ່ຍ້າຍຈາກ ແມນເຊັສເຕີ ຢູໄນເຕັດ. ຂະນະທີ່ ສຕາຟໂຄ໊ດ ເອຟເວີຕັນ ກໍບໍ່ເຊື່ອໝັ້ນໃນການຫລິ້ນອີກຕໍ່ໄປ.
ອະດີດດາວຍິງ ແມນເຊັສເຕີ ຢູໄນເຕັດ ອາຍຸ 32 ປີ ຖືກຫລາຍຝ່າຍຕັ້ງຄຳຖາມເລື່ອງຜົນງານໃນບໍ່ດົນມານີ້ ເຖິງວ່າຈະຍິງໄດ້ 10 ປະຕູຈາກ 31 ນັດ ໃນລີກລະດູການນີ້ກໍຕາມ. ຂະນະທີ່ ສຕາຟໂຄ໊ດ ກໍບໍ່ໝັ້ນໃຈໃນການຫລິ້ນຂອງ ຣູນີ.
“ເດິ ມິເຣີ” ຍັງອ້າງວ່າ ບິລ ເຄນໄຣ ປະທານສະໂມສອນ ເອຟເວີຕັນ ອາດລາອອກຈາກຕຳແໜ່ງ ເນື່ອງຈາກ ຟາຮັດ ໂມຊິຣິ ເຈົ້າຂອງທີມ ກຽມປ່ຽນແປງສະໂມສອນຄັ້ງໃຫຍ່ໃນຊ່ວງໜ້າຮ້ອນນີ້.
ໂມຊິຣິ ວາງແຜນປົດ ແຊມ ອັລລາໄດ ຜູ້ຈັດການທີມຊາວອັງກິດ ອອກຈາກຕຳແໜ່ງ ແລະ ຄາດວ່າ ເປົາໂລ ຟອນເຊກ້າ ເທຣນເນີ ຊັດຕາ ໂດເນຕສ, ມາຣໂກ ຊິລວາ ອະດີດນາຍໃຫຍ່ ວັດຟອດ ແລະ ເອັດດີ້ ຮາວ ຜູ້ຈັດການທີມ ບອນມັດ ເປັນ 3 ຄົນທີ່ມີໂອກາດເຂົ້າຄຸມ ເອຟເວີຕັນ ໃນຊ່ວງໜ້າຮ້ອນນີ້.

