ອົງການໃຈບຸນສາກົນ ເດເຊເຣັດ ມອບສັງກະສີຊ່ວຍປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກພາຍຸ ຢູ່ເມືອງປາກງື່ມ

ທ້າຍອາທິດຜ່ານມາ, ອົງການໃຈບຸນສາກົນ ເດ ເຊເຣັດ ໄດ້ມອບສັງກະສີ ຈຳນວນ 3.800 ກວ່າແຜ່ນ ລວມເປັນເງິນທັງໝົດ 12.879 ໂດລາສະຫະລັດ ໃຫ້ປະຊາຊົນ 4 ບ້ານໃນ ເມືອງປາກງື່ມນະຄອນ ຫລວງວຽງຈັນຄື: ບ້ານ ດອນສ້າງໄຜ່, ບ້ານສົມສະ ຫວາດ, ບ້ານໜອງແຄນ ແລະ ບ້ານໜອງຂຽດ, ທີ່ໄດ້ ຮັບຜົນກະທົບຈາກພາຍຸລະດູຮ້ອນໃນທ້າຍເດືອນກຸມພາ ແລະ ຕົ້ນເດືອນເມສາ ຜ່ານ ມາ. ຕາງໜ້າມອບໂດຍ, ທ່ານ ເຄຣກ ເມວດຣຳ ຜູ້ອຳ ນວຍການອົງການໃຈບຸນ ສາກົນ ເດເຊເຣັດ ປະຈຳ ລາວ ແລະ ກ່າວຮັບໂດຍ ທ່ານ ຂັນທີ ສີວີໄລ ຮອງເຈົ້າ ເມືອງໆປາກງື່ມ.

 

ຊາວໜຸ່ມແຂວງຄຳມ່ວນມອບເຄື່ອງໃຫ້ອ້າຍນ້ອງທະຫານຊາຍແດນ2018

ມອບເຄື່ອງຊ່ວຍເຫລືອບ້ານຈຸດສຸມນ້ຳສຽມ2018

ໂອກາດນີ້ ທ່ານ ຮອງ ເຈົ້າເມືອງ ກໍໄດ້ສະແດງ ຄວາມຂອບອົກຂອບໃຈມາຍັງ ອົງການໃຈບຸນສາກົນ ເດເຊເຣັດ ທີ່ໄດ້ໃຫ້ການຊ່ວຍ ເຫລືອດັ່ງກ່າວ, ອັນເປັນ ການປະກອບສ່ວນສຳຄັນ ເຂົ້າໃນການ ຟື້ນຟູ ແລະ ປັບ ປຸງຊິວິດການເປັນຢູ່ຂອງ ປະຊົນໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ເຊິ່ງປະ ຊາຊົນ 3 ບ້ານດັ່ງກ່າວ ແມ່ນ ຖືກລົມພາຍຸ ໃນວັນທີ 22 ກຸມພາ ຜ່ານມາ, ມີ133 ຄອບຄົວໄດ້ຮັບຜົນເສຍຫາຍ ໜັກ ແລະ ມີໂຮຽງຮຽນ 1 ຫລັງໄດ້ຮັບຜົນກະທົບໜັກ ສ່ວນຢູ່ບ້ານໜອງຂຽດ ແມ່ນ ຖືກລົມພາຍຸພັດ ໃນວັນທີ 15 ເມສານີ້ ເຮັດໃຫ້ເຮືອນຂອງ ປະຊາຊົນ 4 ຄອຍຄົວເສຍ ຫາຍໜັກ./.