ຊາອຸດິດໂຈມຕີທາງອາກາດໃນເຢເມນ ມີຜູ້ເສຍຊີວິດແລ້ວເຄິ່ງຮ້ອຍ

ກອງທັບອາຣັບບີ ຊາອຸດິດ ປະຕິບັດການໂຈມຕີທາງອາກາດຖະຫລົ່ມເປົ້າໝາຍຂະໜາດໃຫຍ່ 2 ແຫ່ງໃນນະຄອນຫລວງຊານາ ໃນທ້າຍອາທິດຜ່ານມາ ເປັນເຫດໃຫ້ມີຜູ້ເສຍຊີວິດລວມກັນບໍ່ຕໍ່າກວ່າ 50 ຄົນ ລວມທັງສະມາຊິກລະດັບສູງ 2 ຄົນຂອງກະບົດຮູຕີ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະຖານີໂທລະພາບອັລ-ອັດບາຣິຢາ ໜຶ່ງໃນກະບອກສຽງຂອງລັດຖະບານຣິຢາດ ລາຍງານວ່າ: ກອງທັບອາຣັບບີ ຊາອຸດິດ ປະຕິບັດການໂຈມຕີທາງອາກາດຫລາຍຄັ້ງຕໍ່ເປົ້າໝາຍຂະໜາດໃຫຍ່ ຄືອາຄານກະຊວງພາຍໃນ ແລະ ສຳນັກງານຕຳຫລວດ ໃນນະຄອນຫລວງຊານາ ເຊິ່ງຢູ່ພາຍໃຕ້ການຍຶດຄອງຂອງກອງກຳລັງຮູຕີ ເຊິ່ງມີແນວຄິດຝັກໄຝ່ອີຣານ ລະຫວ່າງວັນທີ 27-28 ເມສານີ້ ເປັນເຫດໃຫ້ມີຜູ້ເສຍຊີວິດລວມກັນ “ຫລາຍກວ່າ 50 ຄົນ” ໃນຈຳນວນນີ້ 2 ຄົນເປັນສະມາຊິກລະດັບສູງຂອງກະບົດຮູຕີ ແລະ ຍັງມີຜູ້ໄດ້ຮັບບາດເຈັບອີກເປັນຈຳນວນຫລາຍ.
ຂະນະດຽວກັນ, ຖະແຫລງການຂອງກອງທັບອາຣັບບີ ຊາອຸດິດ ລະບຸວ່າ: ລະບົບປ້ອງກັນທາງອາກາດສາມາດສະກັດການໂຈມຕີຂອງລູກສອນໄຟ 4 ລູກ ເຊິ່ງຖືກຍິງມາຈາກເຂດອິດທິພົນຂອງກຸ່ມຮູຕີໃນເຢເມນ ໂດຍລູກສອນທັງ 4 ລູກມີທິດທາງມຸ່ງມາແຂວງຈາຊານ ທາງຕາເວັນຕົກສຽງໃຕ້ຂອງປະເທດ ເຊິ່ງມີຊາຍແດນຕິດກັບພາກເໜືອຂອງເຢເມນ.

