ນາຍົກສິງກະໂປຊີ້ຂໍ້ຂັດແຍ່ງການຄ້າ ຈີນ-ອາເມລິກາ ເປັນເລື່ອງກັງວົນຂອງອາຊຽນ

ນາຍົກລັດຖະມົນຕີ ຫລີ ຊຽນລຸງ ຂອງສິງກະໂປ ລະບຸວ່າ: ຂໍ້ຂັດແຍ່ງການຄ້າລະຫວ່າງ ຈີນ ແລະ ອາເມລິກາ ເປັນໜຶ່ງໃນເລື່ອງກັງວົນຢ່າງຍິ່ງຂອງປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ).
ນາຍົກລັດຖະມົນຕີ ຫລີ ຊຽນລຸງ ເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32 ໃນວັນທີ 28 ເມສາວ່າ: ລະບອບການຄ້າພະຫຸພາຄີແບບເປີດກວ້າງ ແລະ ຕັ້ງຢູ່ໃນລະບຽບທີ່ເປັນກົນໄກຂັບເຄື່ອນໃຫ້ອາຊຽນເຕີບໃຫຍ່ ກຳລັງຖືກກົດດັນ ເພາະບັນຍາກາດການເມືອງໃນຫລາຍປະເທດໄດ້ປ່ຽນໄປ ຕໍ່ຕ້ານລະບອບການຄ້າເສລີ ໂດຍສະເພາະຄວາມເຄັ່ງຕຶງທາງການຄ້າລະຫວ່າງ ອາເມລິກາ ກັບ ຈີນ ເມື່ອບໍ່ດົນມານີ້ ເປັນເລື່ອງກັງວົນຢ່າງຍິ່ງ ເຊິ່ງໝາຍເຖິງການທີ່ອາເມລິກາຂູ່ຈະເກັບພາສີສິນຄ້ານຳເຂົ້າຈາກຈີນເຖິງ 150.000 ລ້ານໂດລາສະຫະລັດ ເຮັດໃຫ້ຈີນປະກາດຕອບໂຕ້ໃນລັກສະນະດຽວກັນ.
ຜູ້ນຳສິງກະໂປ ກ່າວວ່າ: ສະມາຊິກອາຊຽນແຕ່ລະປະເທດຈະພົບວ່າຄວາມພະຍາຍາມເຮັດໃຫ້ເກີດຜົນໃດໆກັບຄວາມທ້າທາຍລະດັບພາກພື້ນ ແລະ ລະດັບໂລກເປັນເລື່ອງຍາກ, ຜູ້ນຳແຕ່ລະປະເທດຈຶ່ງຕ້ອງສົ່ງເສີມການລວມຕົວ ແລະ ການຮ່ວມມື ເພື່ອໃຫ້ຄວາມພະຍາຍາມໂດດເດັ່ນ ແລະ ບັງເກີດຜົນ. ປັດຈຸບັນ ອາຊຽນກຳລັງຮ່ວມມືກັນໃນຫລາຍເລື່ອງ ທັງການຮັບມືກັບໄພແນວຄິດຕໍ່ຕ້ານ ແລະ ການໂຈມຕີໄຊເບີ, ການສົ່ງເສີມການຄ້າ ແລະ ລະບົບການຈ່າຍເງິນເອເລັກໂຕຣນິກຂ້າມຊາຍແດນ, ການເຮັດສົນທິສັນຍາສົ່ງຜູ້ຮ້າຍຂ້າມແດນ ແລະ ການເຈລະຈາແນວທາງປະຕິບັດໃນທະເລຈີນໃຕ້ກັບຈີນ.

