ທ່ານ​ ກິມ​ ຈ໋ອງອຸນ ​ຜູ້​ນຳ​ສູງ​ສຸດ ສ​ປ​ປ ເກົາຫລີ ພົບ​ປະ​ເຈ​ລະ​ຈາ​ກັບ ​ປະ​ທາ​ນາ​ທິ​ບໍ​ດີ​ ສ.ເກົາ​ຫລີ

ຂ່າວ​ສານ​ສູນ​ກາງ​ເກົາ​ຫລີ​ແຈ້ງ​ຂ່າວ​ໃນ​ວັນ​ທີ 27 ເມ​ສາ​ນີ້​ວ່າ: ຕອນ​ເຊົ້າ​ວັນ​ທີ 27 ເມ​ສາ​ນີ້, ທ່ານ ​ກິມ ຈ໋ອງ​ອຸນ ​ຜູ້​ນຳ​ສູງ​ສຸດ ສ​ປ​ປ ເກົາຫລີ ​ໄດ້​ເດີນ​ທາງຜ່ານຊາຍ​ແດນປານ​ມູນ​ຈອມ ​ເພື່ອເລີ່ມ​ຈັດ​ການ​ເຈ​ລະ​ຈາ​ກັບ​ທ່ານ ມູນ​ ແຈ​ອິນ ປະທານາທິບໍດີ ສ.​ເກົາຫລີ ຢ່າງ​ເປັນ​ທາງ​ການ​ແລ້ວ.

ທ່ານ ກິມ ຈ໋ອງອຸນ ກາຍ​ເປັນ​ຜູ້ນຳ ສປປ ​ເກົາຫລີ ຄົນ​ທຳ​ອິດ​ທີ່​ຢ່ວງ​ບາດກ້າວ​ລົງ​ແຜ່ນດິນ ສ.​ເກົາຫລີ ນັບ​ແຕ່​ສົງຄາມ​ເກົາຫລີ ລະຫວ່າງ​ປີ 1950-1953. ​ໃນ​ຂະນະ​ທີ່​ຈັບ​ມື​ກັນນັ້ນ ​ໂດຍ​ບໍ່​ມີ​ການວາງ​ແຜນ​ໄວ້​ລ່ວງ​ໜ້າ ທ່ານ ກິມ ຈ໋ອງອຸນ ​ໄດ້​ເຊີນ​ປະທານາທິບໍດີ ມຸນ ​ແຈ​ອິນ ​ໃຫ້​ຍ່າງຂ້າມ​ເສັ້ນ​ແບ່ງ​ເຂດ​ແດນ​ໄປ​ດິນ​ແດນ ສປປ ​ເກົາຫລີ ​ເປັນ​ໄລຍະ​ເວລາ​ສັ້ນໆ ກ່ອນ​ທີ່​ຜູ້ນຳ​ທັງ​ສອງ​ຈະຍ່າງ​ກັບ​ໄປ​ດິນ​ແດນ ສ.​ເກົາຫລີ ​ໂດ​ຍຍັງ​ຈັບ​ມື​ກັນ.

ຫລັງ​ຈາກກວດ​ແຖວ​ທະຫານ​ກອງ​ກຽດຕິຍົດ​ຮ່ວມ​ກັນ​ແລ້ວ, ທ່ານ ກິມ ຈ໋ອງອຸນ ຢຸດ​ແວ່​ລົງ​ນາມ​ໃນປຶ້ມຢ້ຽມຢາມ ທີ່​ອາຄານ​ສັນຕິພາບ ​ເຊິ່ງຕັ້ງຢູ່​ໃນ​ເຂດ​ ສ.​ເກົາຫລີ ​ໂດຍ​ທ່ານ​ຂຽນ​ຂໍ້ຄວາ​ມວ່າ: “ປະຫວັດສາດ​ໜ້າ​ໃໝ່​ໄດ້​ເລີ່​ມຕົ້ນຂຶ້ນ​ແລ້ວ ​ເປັນ​ຍຸກ​ແຫ່ງ​ສັນຕິພາບ ຈາກ​ຈຸດ​ເລີ່​ມຕົ້ນຂອງ​ປະຫວັດສາດ”. ປະທານາທິບໍດີ ມຸນ ​ແຈ​ອິນ ​ແລະ ທ່ານ ກິມ ຈ໋ອງອຸນ ຈະ​ຫາລື​ໃນ​ເລື່ອງ​ການ​ເຮັດ​ໃຫ້​ແຫລມ​ເກົາຫລີ​ປອດ​ຈາກ​ອາວຸດ​ນິວ​ເຄຼຍ ​ແລະ ການ​ແລກປ່ຽນ​ລະຫວ່າງ​ສອງ​ເກົາຫລີ. ຈາກ​ນັ້ນຈະ​ມີ​ການ​ປູກ​ຕົ້ນ​ໄມ້​ທີ່​ລະນຶກ​ຮ່ວມ​ກັນ ຢູ່​ບໍລິ​ເວນ​ບ້ານ​ປານ​ມູນ​ຈອມ.

https://www.facebook.com/kbsnews/videos/1841382425920728/

ສ່ວນ​ທຳນຽບຂາວ​ຂອງ​ອາ​ເມ​ລິ​ກາ​ ອອກ​ຖະ​ແຫລ​ງການສະ​ແດງ​ຄວາມ​ຫວັງ​ວ່າ:​ ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳສອງ​ເກົາຫລີ​ໃນ​ຄັ້ງນີ້​ຈະ​ປະສົບ​ຜົນສຳ​ເລັດ​ໃນ​ການ​ນຳ​ໄປ​ສູ່​ສັນຕິພາບ ​ແລະ ຄວາມ​ມັ່ງ​ຄັ່ງ​ຢູ່​ແຫລມ​ເກົາຫລີ​ໃນ​ອະນາຄົດ. ນອກ​ຈາກ​ນີ້ ຍັງ​ລະບຸ​ວ່າ: ອາ​ເມ​ລິ​ກາ​ລໍຄອຍ​ທີ່​ຈະ​ໄດ້​ເຫັນ​ກອງ​ປະຊຸມ​ສຸດ​ຍອດ​ລະຫວ່າງ​ຜູ້ນຳ ສປປ ​ເກົາຫລີ​ ກັບ ປະທານາທິບໍດີ ​ໂດ​ນັນ ທຣຳ ຂອງ​ອາ​ເມ​ລິ​ກາ ​ໃນ​​ມໍ່ໆ​ນີ້.

https://www.facebook.com/kbsnews/videos/1841400099252294/