ເບື່ອເຫັດມີຜູ້ເສຍຊີວິດແລ້ວ 5 ຄົນສ່ວນອີກ 2 ຄົນຍັງຢູ່ໃນອາການໜ້າເປັນຫ່ວງຢູ່ແຂວງຫົວພັນ
ໂຮງໝໍແຂວງຫົວພັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ໄດ້ມີຄອບຄົວໜຶ່ງຢູ່ບ້ານມ້າ ເມືອງກວັນແຂວງຫົວພັນ, ໄດ້ກິນເຫັດເບື່ອທີ່ມີສານຜິດ (ເຫັດຂີ້ຄວາຍ) ເຮັດໃຫ້ເກີດມີອາການປຸ້ນທ້ອງ, ວິນ ແລະ ຮາກຈົນເສຍຊີວິດ 5 ຄົນເກືອບໝົດຄອບຄົວ, ເຊິ່ງປັດຈຸບັນຍັງເຫລືອພຽງແມ່ ແລະ ລູກສາວ 2 ຄົນ ທີ່ຍັງປິ່ນປົວໃນໂຮງໝໍດັ່ງກ່າວ ,ໂດຍແພດໝໍກໍໄດ້ຕິດຕາມອາການຢ່າງໃກ້ຊິດ ຫລັງຜູ້ເປັນລູກສາວຫລ້າ ອາຍຸ 6 ປີ ຍັງມີອາການຮາກ, ຊຶ່ງແພດໝໍໄດ້ໃສ່ນ້ຳທະເລ ແລະ ກິນຢາປິ່ນປົວຕາມອາການ.
ຄະນະອຳນວຍການໂຮງໝໍດັ່ງກ່າວ ໃຫ້ຮູ້ວ່າ: ເຫດການຮ້າຍແຮງນີ້ເກີດຂຶ້ນໃນວັນທີ 18 ເມສານີ້, ຊຶ່ງຄອບຄົວຂອງທ້າວ ບຸນເພັດ ອາຍຸ 40 ປີຢູ່ບ້ານມ້າໄດ້ພົບເຫັນເຫັດເກີດຢູ່ຕາມປ່າແລ້ວຜູ້ເປັນເມຍກໍໄດ້ເກັບເອົາມາແກງກິນເປັນອາຫານທ່ຽງສູ່ຄອບຄົວທັງໝົດ 6 ຄົນ ແລະ ມີໝູ່ລູກຊາຍອີກ 1 ຄົນມາກິນນຳ, ພໍເວລາປະມານ 17 ໂມງ ຜູ້ກິນເຫັດດັ່ງກ່າວໄດ້ມີອາການຮາກຢ່າງຮຸນແຮງ, ຊຶ່ງຊາວບ້ານໄດ້ຊ່ວຍກັນນຳສົ່ງໂຮງໝໍເມືອງ, ແຕ່ຍ້ອນໄລຍະທາງຢູ່ຫ່າງໄກຈຶ່ງເຮັດໃຫ້ຜູ້ເປັນຜົວ ແລະ ລູກສາວໄດ້ເສຍຊີວິດ, ຕໍ່ມາທາງໂຮງໝໍເມືອງກໍໄດ້ສົ່ງຄົນເຈັບໄປປິ່ນປົວຢູ່ໂຮງໝໍແຂວງ, ແຕ່ຍ້ອນຄວາມລ້າຊ້າຈຶ່ງເຮັດໃຫ້ມີຜູ້ເສຍຊີວິດຕື່ມອີກ 2 ຄົນຄືລູກຊາຍຫລ້າ ແລະ ໝູ່ຂອງຜູ້ກ່ຽວ, ແລ້ວຕໍ່ມາຜູ້ເປັນລູກສາວກໍໄດ້ເສຍຊີວິດຕື່ມ, ຊຶ່ງເຫດການໜ້າເສົ້າດັ່ງກ່າວໄດ້ເອົາຊີວິດໄປແລ້ວ 5 ຄົນ, ຍັງເຫລືອອີກ 2 ຄົນທີ່ທ່ານໝໍກຳລັງໃຫ້ການປິ່ນປົວ.

