ບ້ານນາພານ ເມືອງໄຊພູທອງ ເປີດນຳໃຊ້ເສັ້ນທາງຊອຍເບຕົງເສີມເຫລັກ

ບ້ານນາພານ ທີ່ຂຶ້ນກັບ ກຸ່ມບ້ານທີ I ເຂດເທສະບານ ເມືອງໄຊພູທອງ ແຂວງ ສະ ຫວັນນະເຂດ ໄດ້ເປີດນຳໃຊ້ ເສັ້ນທາງຊອຍ ທີ່ມີຄວາມ ຍາວ 475 ແມັດ ລວມມູນຄ່າ ການກໍ່ສ້າງທັງໝົດ 102 ລ້ານກວ່າກີບ ໂດຍມີ ທ່ານ ຄໍາວິໃສ ຜຸຍຍະວົງ ເຈົ້າເມືອງ ໄຊພູທອງ, ອຳນາດການປົກ ຄອງ ແລະ ປະຊາຊົນພາຍ ໃນ ບ້ານ ເຂົ້າຮ່ວມເປັນຈຳ ນວນຫລາຍ.

ທ່ານ ນາຍບ້ານນາພານ ໃຫ້ຮູ້ວ່າ: ເສັ້ນທາງດັ່ງກ່າວ ແມ່ນໃຊ້ແຮງງານຂອງປະ ຊາຊົນ 100% ເຊິ່ງ ໄດ້ຜັດ ປ່ຽນກັນເປັນແຕ່ລະວັນ   ສ່ວນ ທຶນທີ່ນຳໃຊ້ເຂົ້າໃນການຊື້ ວັດຖຸມາກໍ່ສ້າງແມ່ນຈາກ ຄັງພັດທະນາກອງທຶນໝູ່ ບ້ານ, ບຸນປະເພນີເດືອນ ສາມ ແລະ ລາຍຮັບຈາກຜູ້ ປະກອບສ່ວນຈຳນວນ ໜຶ່ງ ເພື່ອໃຫ້.

ການໄປມາຫາ ສູ່ກັນ ຂອງປະຊາຊົນພາຍໃນ ບ້ານ ມີຄວາມສະດວກສະ ບາຍ ແລະ ປອດໄພພ້ອມ ທັງມີການພັດທະນາຊີວິດ ການເປັນຢູ່ດີຂຶ້ນ./.

ມອບ-ຮັບ ແລະ ເປີດນຳໃຊ້ອາຄານໂຮງໝໍແຂວງບໍ່ແກ້ວຫລັງໃໝ່

ມອບ-ຮັບ ແລະ ເປີດນຳໃຊ້ໂຄງການກໍ່ສ້າງດ່ານດາກຕະອອກເມືອງດາກຈຶງ