ໝໍລຳໝໍແຄນເປັນມໍລະດົກອັນລ້ຳຄ່າຂອງຊາດ

ໂດຍ: ກ້ອງສ່ອງ ອິດສະຫລະ
ຫລາຍຄົນຄົງຮັບຮູ້ກັນດີ ແລ້ວວ່າ, ສຽງແຄນລາວໄດ້ ກາຍ ເປັນມໍລະດົກຂອງໂລກ ທີ່ ຈັບຕ້ອງ ບໍ່ໄດ້ໄປແລ້ວ, ເຊິ່ງໂອ ກາດກ່ອນສະຫລອງປີໃໝ່ລາວ ວັນທີ 11 ເມສາ ທີ່ຜ່ານມາ ຢູ່ ນະຄອນຫລວງວຽງຈັນພວກ ເຮົາກໍພາກັນແຫ່ສະເຫລີມສະ ຫລອງສຽງແຄນໄດ້ເປັນມໍ ລະດົກ ໂລກຢ່າງຟົດຟື້ນ ແລະ ສົມກຽດ.
+ ແຄນ ແລະ ສຽງແຄນຕິດພັນກັບຊີວິດສັງຄົມລາວ
ແນວໃດກໍຕາມ, ເຮົາຄິດ ວ່າກ່ອນຈະມີສຽງແຄນດັງ ອອກມາຢ່າງອອນຊອນ ແລະ ມ່ວນຫູແກ່ຜູ້ຟັງນັ້ນມັນກໍຕ້ອງ ມີຜູ້ເປົ່າ, ຜູ້ເປົ່າແຄນນັ້ນ, ເຂົາ ເອີ້ນວ່າໝໍແຄນ, ຄັນວ່າມີໝໍ ແຄນແລ້ວຖ້າບໍ່ມີໝໍລຳກໍປານ ວ່າກິນປາບໍ່ມີຜັກກັບ; ມັນຄືກັນ ກັບກິນເຂົ້າດີດອກ. ນອກຈາກ ສິ່ງທີ່ເວົ້າມາແລ້ວ, ຍັງມີສ່ວນ ປະກອບອັນອື່ນໆ ທີ່ເຮັດໃຫ້ ສຽງແຄນເຂົ້າກັນອ່ຳລ່ຳເປັນ ຕົ້ນ: ກັບກອງອີ່ຕູບ, ຄຸ່ຍ, ກະຈັບ ປີ່ສິຊໍ ຈຶ່ງຖືວ່າເປັນເຄື່ອງດົນ ຕຣີພື້ນບ້ານລາວໂດຍແທ້, ມາ ຮອດຍຸກປັດຈຸບັນ, ເພິ່ນຍັງສາ ມາດນຳເອົາທຳນອງສຽງແຄນ ເຂົ້າກັບດົນຕຣີສາກົນໄດ້ຢ່າງ ຄ່ອງແຄ້ວ, ສະຫລຸບແລ້ວ, ສຽງ ແຄນສາມາດປະສານກັບເຄື່ອງ ດົນຕຣີອື່ນໆ ທີ່ມີໂນດເຄົ້າ ສຽງຄ້າຍຄືກັນຢ່າງລົງຕົວ, ເພາະສະນັ້ນ, ຈຶ່ງເວົ້າໄດ້ວ່າ ແຄນເປັນເຄື່ອງດົນຕຣີໃຈກາງທີ່ສາມາດເຂົ້າກັບທຸກສະຖານະການຂອງການເສບບໍ່ວ່າແບບ ພື້ນບ້ານ ແລະ ສາກົນ.
ແຕ່ອີກສິ່ງໜຶ່ງທີ່ຜູ້ຂຽນ ໄດ້ເຫັນ ແລະ ເປັນຫວ່ງໃນສະ ພາບປັດຈຸບັນນັ້ນ, ແມ່ນອະນາ ຄົດຂອງໝໍແຄນກັບໝໍລຳ ເພາະ ຕົກມາໃນຍຸກນີ້ເບິ່ງຢ່າງໜຶ່ງຄື ມັນຄ່ອຍໆ ມະຫັບມະຫາຍໄປ ທີລະເລັກລະໜ້ອຍ, ເພາະໃນ ສັງຄົມທີ່ກ້າວໜ້າລ້ຳຍຸກຄົນເຮົາ ຖືວ່າ ເປັນອັນລ້າສະໄໝ ໂດຍ ສະເພາະແມ່ນໃນຖັນແຖວຊາວໜຸ່ມຍິງສາວຜູ້ເກີດໃໝ່ໃຫຍ່ລຸນພວກເຮົາກໍມັກຟັງແຕ່ເພງສະ ຕິງ ຍອດຮີດຕິດອັນດັບສາກົນ ຄັນເວົ້າເຖິງການຟັງຂັບລຳໃນ ຍຸກນີ້ ກໍແມ່ນມີແຕ່ຜູ້ລຸ້ນຫົວ ງອກດອກເລົາ, ຊ້ຳບໍ່ໜຳພວກ ຊາວໜຸ່ມເຂົາພັດເວົ້າໃສ່ ໃຍວ່າ ພວກຫົວເກົ່າເຕົ່າລ້ານປີ.
ຈາກສະພາບຄວາມເຫີ່ ຂອງສັງຄົມທີ່ກ່າວມານີ້, ຈຶ່ງ ເຮັດໃຫ້ໝໍແຄນກັບໝໍລຳຂ້ອນ ຂ້າງຫາຍາກ ແລະ ໝົດໄປໃນ ແຕ່ລະທ້ອງຖິ່ນ, ຍັງບໍ່ວ່າແຕ່ໝໍ ລຳກັບໝໍແຄນໄປຊອກຫາຊ່າງປະດິດແຄນໃນແຕ່ລະທ້ອງຖິ່ນ ແມ່ນຍາກປານຊອກເອົາປາ ແດກແລກຊ້າງ. ແຕ່ກ່ອນຢູ່ ບ້ານ ຜູ້ຂຽນເອງ, ເມື່ອຍາມໃດມີການ ພົບປະສັງສັນຊຸມແຊວກັນກໍມີໝໍລຳໝໍແຄນມາສ້າງບັນຍາກາດມ່ວນຊື່ນສາມັກຄີຕາມວິຖີຊີວິດຂອງຊາວບ້ານ. ແຕ່ມາດຽວນີ້, ໄປຊອກຫາໝໍແຄນກັບໝໍລຳ ຢູ່ແຕ່ລະທ້ອງຖິ່ນ, ແຕ່ລະບ້ານ ກໍນັບມື້ອຶດຢາກ ອັນສາເຫດກໍ ຍ້ອນວ່າພວກລຸ້ນເກົ່າບາງຄົນ ໄດ້ລົ້ມຫາຍຕາຍຈາກ, ສ່ວນ ພວກທີ່ຍັງເຫລືອກໍມີແຕ່ຊຸມ ເປົ່າຄຸ່ຍບໍ່ດັງ.
ສະພາບຢູ່ບ້ານເຮົາດຽວນີ້, ຂັ້ນສູນກາງກັບຂັ້ນທ້ອງຖິ່ນ ບາງແຂວງກໍມີໂຮງຮຽນສິລະປະດົນຕຣີເມື່ອຮຽນຈົບໄປແລ້ວກໍໃຫ້ໄປສອນເດັກນ້ອຍເຍົາວະຊົນ ແລະ ຊາວໜຸ່ມຕາມໂຮງ ຮຽນສາມັນ ແລະ ອາຊີວະແຕ່ ເມື່ອຮຽນຈົບໄປແລ້ວກໍບໍ່ຮູ້ວ່າ ຜົນໄດ້ຊ່ຳໃດເພາະຍັງບໍ່ທັນມີ ສິ່ງວັດແທກຍ້ອນວ່າເບິ່ງສະ ພາບລວມໃນສັງຄົມເຍົາວະ ຊົນ ແລະ ຊາວໜຸ່ມເຮົາສ່ວນ ຫລາຍໃຜກໍເຫີນຳສິ່ງທີ່ທັນ ສະໄໝກວ່າ.
ເຖິງຢ່າງໃດກໍດີ, ໃນສະ ພາບປັດຈຸບັນນີ້ ພວກເຮົາກໍຍັງ ຄົງເຫັນປະເພດໝໍລຳ, ໝໍແຄນ ປະຈຳຢູ່ບາງບ້ານທ້ອງຖິ່ນເປັນຕົ້ນວ່າ: ຢູ່ແຂວງຈຳປາສັກກໍ ຍັງ ມີລຳສີພັນດອນ, ຢູ່ສາລະວັນ ກໍມີລຳສາລະວັນ, ຢູ່ສະຫວັນ ກໍຍັງຮັກສາໄດ້ລຳ 4 ຈັງຫວະ ຄື: ຄອນສະຫວັນ, ບ້ານຊອກ, ລຳຜູ້ໄທ ແລະ ຕັ່ງຫວາຍ, ສ່ວນ ທາງແຂວງພາກກາງພາກ ເໜືອເອກະລັກຂອງຄຳມ່ວນກໍແມ່ນລຳມະຫາໄຊ, ບໍລິຄຳໄຊ ກໍແມ່ນຂັບເມີ້ຍ, ຊຽງຂວາງ ແມ່ນຂັບສຳນຽງຊຽງຂວາງ, ຫລວງພະບາງກໍແມ່ນຂັບທຸ້ມ, ເມື່ອຖາມວ່າປະເພດລຳເລື່ອງ ໄປລີ້ຢູ່ໃສ? ຍັງຄົງປະກົດເຫັນ ຢູ່ແຖວຈຳປາສັກ, ສ່ວນລຳຄູ່ ລຳກອນ, ເຕີ້ຍຫົວນອນຕາມ ອ້າຍສະໝານເອົາໄປນຳຫລາຍປີເຕີບແລ້ວ./.


