ລັດຖະມົນຕີກະຊວງ ຮສສ ຕີລາຄາສູງການຊ່ວຍເຫລືອຈາກລັດຖະບານອົດສະຕາລີ

ໃນວັນທີ 19 ເມສານີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ Jean-Bernard Carrasco ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດອົດສະຕາລີປະຈຳລາວ ໃນໂອກາດທີ່ທ່ານໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຄົນໃໝ່ ປະຈຳລາວ.
ໃນໂອກາດນີ້, ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍມາຍັງທ່ານ Jean-Bernard Carrasco ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາຕຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດອົດສະຕາລີຄົນໃໝ່ປະຈຳລາວໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນຮ່ວມມືລະຫວ່າງລາວ ແລະ ອົດສະຕາລີ, ໂດຍສະເພາະແມ່ນການພົວພັນຮ່ວມມືໃນຂົງເຂດວຽກງານດ້ານແຮງງານ ແລະ ສະຫວັດດີການສັງຄົມໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.
ທ່ານລັດຖະມົນຕີໄດ້ຖືໂອກາດນີ້ສະແດງຄວາມຂອບອົກຂອບໃຈ ແລະ ຕີລາຄາສູງມາຍັງລັດຖະບານ ແລະ ປະຊາຊົນອົດສະຕາລີ ທີ່ໃຫ້ການຊ່ວຍເຫລືອຮ່ວມມືກັບກະຊວງ ຮສສ ໂດຍຜ່ານບັນດາອົງການຕ່າງໆທີ່ສະໜັບສະໜູນເຂົ້າໃນວຽກງານພັດທະນາໃນຂະແໜງ ຮສສ ໃນໄລຍະຜ່ານມາ.
ໂອກາດນີ້, ທ່ານເອກອັກຄະລັດຖະທູດອົດສະຕາລີປະຈຳລາວ ກໍໄດ້ສະແດງຄວາມຂອບອົກຂອງໃຈມາຍັງທ່ານ ຄຳແພງ ໄຊສົມແພງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງຢືນຢັນວ່າຈະສຸມທຸກຄວາມສາມາດ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.

