ອັດຕະປືຫັນການລ້ຽງສັດແບບທຳມະຊາດສູ່ແບບວິທະຍາສາດ
ອໍານາດການປົກຄອງ ແຂວງ ອັດຕະປື,ໄດ້ເອົາໃຈໃສ່ ຊີ້ນຳ-ນຳພາໃນການຊຸກຍູ້ສົ່ງ ເສີມຊາວກະສິກອນຫັນການ ລ້ຽງສັດແບບທໍາມະຊາດ ກ້າວໄປສູ່ການລ້ຽງ ແບບນໍາໃຊ້ເຕັກນິກວິທະຍາສາດທີ່ທັນ ສະໄໝເພື່ອເຮັດໃຫ້ການຜະ ລິດໄດ້ຫລາຍຂຶ້ນກາຍເປັນ ສິນຄ້າ. ທ່ານ ນາງ ວິໄລພອນ ວໍລະພິມ, ຫົວໜ້າພະແນກກະ ສິກຳ-ປ່າໄມ້ ແຂວງ ອັດຕະປື ໄດ້ໃຫ້ຮູ້ວ່າ: ປັດຈຸບັນທົ່ວ ແຂວງມີຟາມລ້ຽງສັດຂະ ໜາດນ້ອຍ ແລະ ຂະໜາດ ໃຫຍ່ທັງໜົດ 24 ຟາມ ໃນ ນັ້ນຟາມງົວມີ 11 ຟາມ, ມີງົວ 15.175 ໂຕ, ບໍລິສັດ ຮ່ວງ ແອັງມີ 1 ຟາມມີງົວ 13.684 ໂຕ, ມີທົ່ງຫຍ້າ 1 ພັນກວ່າເຮັກຕາ ແລະ ຟາມ ປະຊາຊົນມີ 10 ຟາມ, ມີງົວ ທັງໜົດ 1.491 ໂຕ ແລະ ມີ ໂຮງງານຂ້າສັດ 4 ແຫ່ງ.
+ ເປີດໂຄງການລ້ຽງສັດ, ປູກຝັງ ແລະ ການປະມົງ ພູພຽງນາກາຍ
+ ລ້ຽງສັດຊ່ວຍຄອບຄົວມີລາຍຮັບເພີ່ມຂຶ້ນ
ພ້ອມນັ້ນ, ປະຊາຊົນຍັງ ໄດ້ລ້ຽງສັດປີກ ເຊິ່ງມີຟາມ ໄກ່ພັນໄຂ່ 1 ຟາມ, ມີແມ່ພັນ ໄກ່ທັງໜົດ 5 ພັນໂຕ, ຜະລິດ ໄຂ່ໄດ້ 1,4 ລ້ານໜ່ວຍຕໍ່ ປີ, ຟາມໝູຊີ້ນມີ 3 ຟາມ, ມີ ໝູທັງໜົດ 2 ພັນໂຕ, ຜະ ລິດຊີ້ນໄດ້ 96 ໂຕນຕໍ່ປີ, ສາມາດສະໜອງຊີ້ນສັດ ປ້ອນເຂົ້າຕະຫລາດໄດ້ທຸກ ມື້ເປັນຕົ້ນ; ໃນໜຶ່ງປີຜ່ານ ມາສາມາດສະໜອງຊີ້ນສັດ ຈາກໂຮງງານຂ້າສັດເຊັ່ນ: ຊີ້ນຄວາຍ 420 ໂຕນ, ຊີ້ນ ງົວ 281 ໂຕນ, ຊີ້ນໜູ 947 ໂຕນ, ຊີ້ນແບ້ 91 ໂຕນ, ສັດປີກມີ 1.777 ໂຕນ, ປາ 2.560 ໂຕນ ແລະ ໄຂ່ໄກ່ 987 ໂຕນ. ນອກນັ້ນ, ຍັງ ໄດ້ສົ່ງງົວຂາຍໃຫ້ ສສ ຫວຽດນາມ 8.264 ໂຕ, ຄວາຍ 35 ໂຕ ແລະ ສົ່ງ ຂາຍຕ່າງ ແຂວງ ເຊັ່ນ: ແຂວງຊຽງຂວາງ, ແຂວງ ໄຊສົມບູນ, ແຂວງ ວຽງຈັນ ແລະ ນະຄອນ ຫລວງ ໂດຍ ລວມທັງໝົດມີງົວ 148 ໂຕ ແລະ ຄວາຍ 532 ໂຕ.


