ທ່ານນາຍົກລັດຖະມົນຕີເຄື່ອນໄຫວເຮັດວຽກຢູ່ແຂວງສະຫວັນນະເຂດ

ໃນວັນທີ 9 ເມສານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວ ຊຸກຍູ້ການຜະລິດຢູ່ແຂວງສະຫວັນນະເຂດ, ໂດຍການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນຳຂອງແຂວງ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ການນຳຫລັກແຫລ່ງຂອງແຂວງ ແລະ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງສະຫວັນນະເຂດຈາກທ່ານເຈົ້າແຂວງ, ໂດຍເຫັນວ່າທົ່ວແຂວງສືບຕໍ່ມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມປອດໄພໂດຍພື້ນຖານ, ປະກົດການຫຍໍ້ທໍ້ຕ່າງໆໄດ້ຮັບການແກ້ໄຂ ແລະ ດີຂຶ້ນກວ່າເກົ່າ, ເສດຖະກິດຂະຫຍາຍຕົວສະເລ່ຍ 9,52%, ສະເລ່ຍລາຍຮັບຕໍ່ຫົວຄົນບັນລຸໄດ້ 1.952 ໂດລາສະຫະລັດຕໍ່ປີ. ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ, ເຊິ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດທີ່ອຳນາດການປົກຄອງ ແລະ ປະຊາຊົນຊາວແຂວງສະຫວັນນະເຂດຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງຍົກໃຫ້ເຫັນສະພາບການພັດທະນາທີ່ພົ້ນເດັ່ນ ແລະ ສິ່ງທ້າທາຍຕ່າງໆ ທີ່ປະເທດເຮົາກຳລັງປະເຊີນ ແລະ ທ່າແຮງໃນການພັດທະນາຂອງແຂວງສະຫວັນນະເຂດ, ເພື່ອເປັນທິດທາງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄດ້ຮັບການພັດທະນາຢ່າງຮອບດ້ານໃນຕໍ່ໜ້າ. ທ່ານນາຍົກລັດຖະມົນຕີຍັງໄດ້ເນັ້ນໃຫ້ການນຳຫລັກແຫລ່ງ ແລະ ພາກສ່ວນກ່ຽວຂ້ອງເອົາໃຈໃສ່ຕື່ມຕໍ່ການເບີກຈ່າຍເງິນເດືອນແກ່ພະນັກງານ-ລັດຖະ ກອນ ໃຫ້ໄດ້ທັນກຳນົດເວລາຢ່າງເປັນປົກກະຕິ, ໂດຍໃຫ້ຖືເປັນໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບຂອງພາກສ່ວນ ແລະ ຂະແໜງການກ່ຽວຂ້ອງທຸກຂັ້ນ, ລົງເລິກຄຸ້ມຄອງລາຄາສິນຄ້າດ້ວຍຄວາມເປັນເຈົ້າການ, ແທດເຖິງຕົວຈິງ ແລະ ກາຍເປັນແບບຢ່າງໃຫ້ແກ່ທ້ອງຖີ່ນອື່ນ, ໂດຍຈຳກັດການນຳເຂົ້າສິນຄ້າທີ່ສາມາດຜະລິດໄດ້ຈາກພາຍໃນ, ສົ່ງເສີມການສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນພາຍໃນ, ໂດຍສະເພາະແມ່ນຜົນຜະລິດຂອງປະຊາຊົນ, ເຮັດໃຫ້ລາຄາສິນຄ້າເປັນໄປຕາມການກຳນົດໃນແຕ່ລະໄລຍະຢ່າງເຂັ້ມງວດ, ເຮັດແນວໃດໃຫ້ວຽກງານນີ້ມີການຫັນປ່ຽນຢ່າງຈະແຈ້ງ ແລະ ເອົາໃຈໃສ່ຕໍ່ການຄຸ້ມຄອງການລົງທຶນຂອງລັດຢ່າງມີຈຸດສຸມ, ມີການເລືອກເຟັ້ນ, ຄິດໄລ່ລາຄາສົມເຫດສົມຜົນບົນຈິດໃຈປະຢັດມັດທະຍັດ, ມີຄຸນນະພາບ, ໄດ້ມາດຕະຖານ, ນຳໃຊ້ໄດ້ຍາວນານ ແລະ ເກີດມີປະສິດທິຜົນຕໍ່ປະເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ. ພ້ອມກັນນັ້ນ, ກໍອຳນວຍຄວາມສະດວກ ແລະ ຍາດແຍ່ງເອົາການລົງທຶນໃຫ້ຫລາຍຂຶ້ນເລື້ອຍໆ, ສືບຕໍ່ເຂັ້ມງວດ, ເດັດຂາດ ແລະ ມີຄວາມສະເໝີພາບໃນສັງຄົມຕໍ່ການປະຕິບັດລະບຽບກົດໝາຍ ແລະ ນະໂຍບາຍຕ່າງໆ ເປັນຕົ້ນ ຄຳສັ່ງເລກທີ 15/ນຍ, ການນຳເຂົ້າສິນຄ້າ ແລະ ນໍ້າມັນເຊື້ອໄຟ, ການແກ້ໄຂບັນຫາການນຳເຂົ້າລົດບໍ່ຖືກຕ້ອງ, ການແກ້ໄຂບັນຫາຢາເສບຕິດ, ການເສຍພັນທະພາສີອາກອນ ແລະ ອື່ນໆ, ໃນນັ້ນວຽກໃດມີເງື່ອນໄຂສາມາດຫັນໄປສູ່ທັນສະໄໝ ແລະ ມີຄວາມໂປ່ງໃສໄດ້ ແມ່ນໃຫ້ຮີບຮ້ອນຈັດຕັ້ງປະຕິບັດ (ບໍ່ແກ່ຍາວເວລາ) ໂດຍສະເພາະ ວຽກງານການເກັບລາຍຮັບເຂົ້າງົບປະມານຕ້ອງໄດ້ເອົາໃຈໃສ່ ແລະ ການຄຸ້ມຄອງທີ່ດິນ ແລະ ຊັບສິນຂອງລັດບໍ່ໃຫ້ຕົກເຮ່ຍເສຍຫາຍ, ພ້ອມທັງເກັບກູ້ໃນສ່ວນທີ່ຕົກເຮ່ຍໄປກັບຄືນມາໃຫ້ລັດຢ່າງຖືກຕ້ອງ, ຄົບຖ້ວນ, ໂປ່ງໄສ ແລະ ທ່ວງທັນກຳນົດເວລາ.
ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດໃນຄັ້ງນີ້, ຄະນະຂອງທ່ານນາຍົກລັດຖະມົນຕີ ຍັງໄດ້ໄປຢ້ຽມຢາມຟາມລ້ຽງໝູວັນທະວີໄຊຢູ່ບ້ານຫລັກ 35 ເມືອງຈຳພອນ, ໄປພົບປະໂອ້ລົມປະຊາຊົນບ້ານທ່າຂາມລຽນ ແລະ ຢ້ຽມຢາມກຸ່ມຜະລິດຫັດຖະກຳຕໍ່າແຜ່ນບ້ານລະຫານ້ຳເມືອງສອງຄອນຕື່ມອີກ.

