ສະຫລອງປີໃໝ່ໃຫ້ມີສະຕິ

ຄືພວກເຮົາຮູ້ນຳກັນວ່າ, ອີກບໍ່ເທົ່າໃດມື້ຂ້າງໜ້າ, ບຸນປີໃໝ່ລາວ ພສ 2561 ກໍຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ເຊິ່ງຊາວລາວເຮົາຕ່າງກໍຕັ້ງໜ້າລໍຄອຍເພື່ອຈະໄດ້ພ້ອມພາກັນສະຫລອງວັນດັ່ງກ່າວດ້ວຍບັນຍາກາດຟົດຟື້ນມ່ວນຊື່ນຕາມຮີດຄອງປະເພນີອັນດີງາມຂອງຊາດທີ່ເຄີຍປະຕິບັດກັນມາ.
ສຳລັບປີນີ້, ຈະມີການພັກຍາວຫລາຍວັນ ຄື: ແຕ່ວັນທີ 14-18 ເມສາ ເພາະກົງກັບວັນເສົາ-ວັນອາທິດ, ຈຶ່ງໄດ້ພັກຊົດເຊີຍຕື່ມອີກ 2 ວັນ, ອັນເປັນເງື່ອນໄຂເໝາະສົມໃຫ້ຜູ້ທີ່ຕ້ອງການໄປທ່ອງທ່ຽວຢ້ຽມຢາມຍາດພີ່ນ້ອງໃນທ້ອງຖິ່ນຕ່າງໆ, ເຊິ່ງອາດມີບາງຄົນ, ບາງຄອບຄົວຕ້ອງໄດ້ປະເຮືອນຊານຫລາຍວັນ ແລະ ອາດເປັນຊ່ອງຫວ່າງໃຫ້ຄົນບໍ່ດີສວຍໂອກາດຂີ້ລັກ-ງັດແງະ ຫລື ບັນຫາອັກຄີໄພຕາມມາ, ດັ່ງນັ້ນ ເພື່ອຮັບປະກັນຄວາມປອດໄພໃນຊ່ວງໄລຍະບຸນປີໃໝ່ນີ້, ພວກເຮົາຕ້ອງໄດ້ພ້ອມກັນປະຕິບັດຄຳສັ່ງແນະນຳຂອງອຳນາດການປົກຄອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງໃຫ້ເຂັ້ມງວດ, ມີສະຕິລະວັງຕົວປົກປັກຮັກສາຊັບສົມບັດຂອງຕົນໃຫ້ດີ, ກ່ອນຈະອອກຈາກເຮືອນຊານບ້ານຊ່ອງຕ້ອງເອົາໃຈໃສ່ກວດກາ ແລະ ອັດປະຕູໃຫ້ດີ, ປິດກົງເຕີ້ໄຟຟ້າ, ນ້ຳປະປາ ແລະ ບັນຫາຄວາມປອດໄພອື່ນໆ, ພ້ອມແຈ້ງໃຫ້ເຈົ້າໜ້າທີ່ຢູ່ໃກ້ບ້ານເຮືອນຊ່ວຍສອດສ່ອງຕິດຕາມ, ການໃຊ້ລົດໃຊ້ຖະໜົນຕ້ອງມີສະຕິເຄົາລົບລະບຽບຈະລາຈອນຢ່າງເຂັ້ມງວດ, ມີມາລະຍາດ, ຮູ້ໃຫ້ກຽດ, ໃຫ້ອະໄພເຊິ່ງກັນ ແລະ ກັນ, ອັນສໍາຄັນເມື່ອດື່ມສິ່ງມືນເມົາແລ້ວບໍ່ຂັບລົດເດັດຂາດ ເພື່ອຫລີກເວັ້ນການເກີດອຸປະຕິເຫດ, ສ່ວນການຊຸມແຊວຫລິ້ນກິນກໍໃຫ້ຢູ່ບົນຈິດໃຈປະຢັດມັດທະຍັດ, ບໍ່ຟຸມເຟືອຍ, ການຫົດສົງກໍໃຫ້ໃຊ້ນ້ຳທີ່ສະອາດ, ບໍ່ຄວນເອົານ້ຳເປື້ອນ, ນ້ຳກ້ອນດຶກແກ່ວງໃສ່ກັນ, ສ່ວນການນຸ່ງຖືກໍໃຫ້ມີຄວາມຈົບງາມ, ໂດຍສະເພາະແມ່ຍິງບໍ່ຄວນແຕ່ງກາຍນຸ່ງຖືຍົ້ວຍວນ, ສັ້ນເຂີນ ແລະ ປະພຶດຕົນແບບລາມົກອານາຈານຕ່າງໆ, ຖ້າພວກເຮົາພ້ອມກັນປະຕິບັດລະບຽບໄດ້ຄືແນວນີ້ກໍຈະຊ່ວຍໃຫ້ການສະເຫລີມສະຫລອງບຸນປີໃໝ່ລາວປີນີ້ມີແຕ່ຄວາມມ່ວນຊື່ນ, ມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ ແລະ ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາຢ່າງແທ້ຈິງ.

