ADB ຄາດເສດຖະກິດກຳປູເຈຍປີນີ້ຈະເຕີບໃຫຍ່ 7%

ທະນາຄານພັດທະນາອາຊີ (ADB) ຄາດຄະເນວ່າ: ເສດຖະກິດກຳປູເຈຍຈະຂະຫຍາຍຕົວ 7% ໃນປີນີ້ ແລະ ປີໜ້າ, ເຖິງວ່າອາດມີຄວາມບໍ່ແນ່ນອນຈາກການເລືອກຕັ້ງທົ່ວໄປໃນປີໜ້າ.
ນັກເສດຖະສາດອາວຸໂສຂອງ ADB ປະຈຳກຳປູເຈຍ ຖະແຫລງຂ່າວໃນວັນທີ 11 ເມສາ ເຖິງເສດຖະກິດກຳປູເຈຍປີກ່ອນວ່າ: ອາດຈະຂະຫຍາຍຕົວ 7% ເພາະຍອດສົ່ງອອກສິນຄ້າຂະຫຍາຍຕົວ 9,3%, ນັກທ່ອງທ່ຽວເພີ່ມຂຶ້ນ 11,8% ສ່ວນຫລາຍເປັນຊາວຈີນ ແລະ ຍອດການລົງທຶນໂດຍກົງຈາກຕ່າງປະເທດເພີ່ມຂຶ້ນ 21,5% ເປັນ 2.700 ລ້ານໂດລາສະຫະລັດ. ຂະນະທີ່ຂະແໜງກໍ່ສ້າງຂະຫຍາຍຕົວພໍສົມຄວນ ມີການນຳເຂົ້າວັດສະດຸກໍ່ສ້າງເພີ່ມຂຶ້ນ 36% ແລະ ມີໂຄງການກໍ່ສ້າງທີ່ໄດ້ຮັບອະນຸມັດເພີ່ມຂຶ້ນ 27%.
ຂະນະດຽວກັນ ADB ບໍ່ຄິດວ່າ: ການເລືອກຕັ້ງທົ່ວໄປວັນທີ 29 ກໍລະກົດປີໜ້າ ຈະມີຜົນກະທົບສູງ ຫລື ກໍ່ໃຫ້ເກີດຄວາມບໍ່ແນ່ນອນ. ຂະນະທີ່ຂະແໜງທະນາຄານເຫັນກະແສເງິນຝາກເຕີບໃຫຍ່ຂຶ້ນ ສະທ້ອນວ່າປະຊາຊົນມີຄວາມເຊື່ອໝັ້ນ. ດັ່ງນັ້ນ ADB ຈຶ່ງຄາດຄະເນວ່າ: ເສດຖະກິດກຳປູເຈຍຈະສາມາດຮັກສາການເຕີບໃຫຍ່ໃນອັດຕາ 7% ໃນປີນີ້ ແລະ ປີໜ້າໄດ້ຕໍ່ໄປ. ນອກຈາກນີ້ ຍັງບໍ່ເຫັນວ່າ: ສະຫະພາບເອີຣົບ (EU) ຈະຕັດສິດພິເສດທາງການຄ້າທີ່ໃຫ້ແກ່ກຳປູເຈຍ ເຖິງວ່າເຄີຍຂູ່ໄວ້ພາຍຫລັງສານກຳປູເຈຍສັ່ງຍຸບພັກກູ້ຊາດກຳປູເຈຍ ເຊິ່ງເປັນຝ່າຍຄ້ານຕາມລັດຖະບານຍື່ນຮ້ອງໃນປີກ່ອນ.

