ລັດຖະມົນຕີຕ່າງປະເທດຍີ່ປຸ່ນຢ້ຽມຢາມ ສ.ເກົາຫລີ ຄັ້ງທຳອິດໃນຮອບ 2 ປີ

ທ່ານ ທາໂຣ ໂຄໂນະ ຖືເປັນລັດຖະມົນຕີກະຊວງການຕ່າງປະເທດຂອງຍີ່ປຸ່ນຄົນທຳອິດນັບແຕ່ປີ 2016 ເຊິ່ງຢ້ຽມຢາມນະຄອນຫລວງເຊອຸນຢ່າງເປັນທາງການ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງເຊອຸນ ສ.ເກົາຫລີ ໃນວັນທີ 11 ເມສາວ່າ: ທ່ານ ຄັງ ຄາຍອງວາ ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫລີ ພົບປະຫາລືກັບທ່ານ ທາໂຣ ໂຄໂນະ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ທີ່ນະຄອນຫລວງເຊອຸນ ໃນວັນທີ 11 ເມສາ ໂດຍນອກຈາກເປັນການຢ້ຽມຢາມ ສ.ເກົາຫລີ ເປັນຄັ້ງທຳອິດຂອງທ່ານ ໂຄໂນະ ນັບແຕ່ຮັບຕຳແໜ່ງລັດຖະມົນຕີກະຊວງການຕ່າງປະເທດຂອງຍີ່ປຸ່ນ ໃນເດືອນສິງຫາປີຜ່ານມາ ຍັງຖືເປັນເປັນການຢ້ຽມຢາມນະຄອນຫລວງເຊອຸນເປັນຄັ້ງທຳອິດຂອງຜູ້ດຳລົງຕຳແໜ່ງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ນັບແຕ່ເດືອນທັນວາ 2016.

