ຕໍາຫລວດຢືນຢັນຄົນຮ້າຍຖືກເຈົ້າຂອງສາຍຄໍຍິງຍັງບໍ່ຕາຍ ແລະ ອາການພົ້ນຂີດອັນຕະລາຍແລ້ວ

ຕໍາຫລວດເມືອງສີໂຄດຕະບອງນະຄອນຫລວງວຽງຈັນ, ໄດ້ອອກມາຢືນຢັນວ່າທ້າວ ສົມບູນ (ໂຈ້) ອາຍຸ 30 ປີຢູ່ບ້ານນາລ້ອມເມືອງໄຊທານີນະຄອນຫລວງວຽງຈັນ ທີ່ຮ່ວມກັບໝູ່ລົງມືກໍ່ເຫດດຶງສາຍຄໍພົນລະເມືອງທີ່ຕະຫລາດຊັ່ງຈຽງນະຄອນຫລວງວຽງຈັນໃນວັນທີ 5 ເມສາຜ່ານມາ, ແລ້ວຖືກເຈົ້າຂອງຊັບໃຊ້ປືນຍິງໄດ້ຮັບບາດເຈັບສາຫັດນັ້ນ, ແມ່ນຍັງບໍ່ຕາຍຄືດັ່ງເປັນຂ່າວຮືຮາໃນສື່ສັງຄົມອອນລາຍ, ຊຶ່ງພາຍຫລັງຖືກຍິງ ເຈົ້າໜ້າທີ່ໄດ້ນໍາສົ່ງຜູ້ກ່ຽວໄປປິ່ນປົວຢູ່ໂຮງໝໍ ແລະ ມາຮອດປັດຈຸບັນແມ່ນມີອາການດີຂຶ້ນເປັນລຳດັບ, ພ້ອມສາມາດໃຫ້ການໄດ້ ແລະ ຢູ່ໃນຂັ້ນຕອນການຄວບຄຸມຂອງເຈົ້າໜ້າທີ່ເພື່ອດຳເນີນຄະດີຕາມລະບຽບກົດໝາຍ. ສ່ວນຄົນຮ້າຍອີກຜູ້ໜຶ່ງທີ່ຮ່ວມກໍ່ເຫດຄັ້ງນີ້ຍັງເອົາຕົວຫລົບໜີ, ເຈົ້າໜ້າທີ່ພວມເລັ່ງຕິດຕາມຕົວມາດຳເນີນຄະດີຕາມລະບຽບກົດໝາຍໃຫ້ໄດ້.

