ສົງການນີ້ນະຄອນຫລວງວຽງຈັນຕັ້ງເປົ້າ 3 ຫລຸດ

ທ່ານຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະບຸນກຸດສົງການປີນີ້, ກອງບັນຊາການຂອງຕົນໄດ້ຊີ້ນຳໃຫ້ກຳລັງເຈົ້າໜ້າທີ່ເພີ່ມທະວີຮັກສາຄວາມສະຫງົບປອດໄພ ແລະ ຕັ້ງເປົ້າປະຕິບັດໃຫ້ໄດ້ 3 ຫລຸດຄື: ຫລຸດຈຳນວນຜູ້ເສຍຊີວິດ, ຫລຸດການເກີດອັກຄີໄພ ແລະ ຫລຸດປະກົດການຫຍໍ້ທໍ້ຕ່າງໆ ເຊັ່ນ: ການກໍ່ອາລະວາດຕີກັນ, ການຫລິ້ນນ້ຳຕາມແຄມທາງ ແລະ ບັນຫາລັກຊັບພົນລະເມືອງ, ຊຶ່ງໄດ້ເພີ່ມກຳລັງເຈົ້າໜ້າທີ່ໃຫ້ຮັກສາຄວາມສະຫງົບໃຫ້ຮອບດ້ານ.
ຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນປີຜ່ານມາ, ສະເພາະໄລຍະບຸນກຸດສົງການຍັງພົບເຫັນມີສະພາບອຸປະຕິເຫດເກີດຂຶ້ນຫລາຍ, ພ້ອມດຽວກັນນັ້ນ ກໍຍັງມີບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ຕິດພັນ ແລະ ການຫລິ້ນບຸນປີໃໝ່ມີລັກສະນະຜິດກັບຮີດຄອງປະເພນີ ເປັນຕົ້ນແມ່ນການໃຊ້ນ້ຳເປີະເປຶ້ອນຫົດສົງກັນ, ການນຸ່ງເຄື່ອງຍົ້ວຍວນ ແລະ ອື່ນໆ ທີ່ບໍ່ແທດເໝາະກັບວັດທະນະທໍາຮີດຄອງປະເພນີ. ສະນັ້ນ, ໃນໂອກາດບຸນປີໃໝ່ລາວນີ້ ກໍເປັນປີທ່ອງທ່ຽວລາວ ແລະ ເພື່ອເປັນເຈົ້າພາບທີ່ດີຕ້ອນຮັບແຂກບ້ານແຂກເມືອງຜູ້ມາທ່ຽວມີຄວາມປະທັບໃຈ ກຳລັງເຈົ້າໜ້າທີ່ຂອງຕົນລົງເຮັດບົດບັນທຶກໃຫ້ແຕ່ລະຄອບຄົວເປັນເຈົ້າການຮັກສາຄວາມສະຫງົບ ແລະ ສະກັດກັ້ນການເກີດອຸປະຕິເຫດ, ຖ້າພົບເຫັນຜູ້ຂັບຂີ່ມີການຜິດແທ້ແລ້ວຂັບລົດ ຈະຖືກປັບໃໝທົບເທົ່າ ແລະ ດຳເນີນຄະດີຕາມລະບຽບກົດໝາຍ.

