ຫລິ້ນບຸນປີໃໝ່ໃຫ້ຮັກສາໄດ້ຮີດຄອງ

ບຸນປີໃໝ່ລາວ ຫລື ບຸນສົງການ ແມ່ນຮີດຄອງທີ່ປວງຊົນລາວໄດ້ປະຕິບັດກັນມາຕັ້ງແຕ່ບູຮານນະການດ້ວຍກິດຈະກຳຕ່າງໆຖືກຈັດຂຶ້ນໃນໄລຍະບຸນປີໃໝ່ແລະ ໄດ້ກາຍເປັນປະນີອັນດີງາມຂອງຊາດ, ໂດຍສະເພາະການເຮັດພິທີບາສີສູ່ຂັວນ, ການຫົດສົງພະພຸດທະຮູບ, ພະສົງ, ຜູ້ເຖົ້າຜູ້ແກ່, ພໍ່ແມ່ ເພື່ອອວຍພອນຊຶ່ງກັນ ແລະ ກັນດ້ວຍຄວາມເຄົາລົບນອບນ້ອມ, ອ່ອນໂຍນ ເພື່ອສະສາງລ້າງຊ່ວຍສິ່ງບໍ່ດີອອກຈາກຕົວໃຫ້ຫາຍໄປນຳປີເກົ່າ.
ປັດຈຸບັນ, ການຫລິ້ນບຸນຂອງຄົນຍຸກໃໝ່ ເຫັນວ່າເຮັດເກີນກາຍປະເພນີຫລາຍ, ໂດຍສະເພາະການສົງນ້ຳ ຫລື ຫົດນ້ຳເຊິ່ງກັນ ແລະ ກັນ, ຫລາຍປີຜ່ານມາເຫັນວ່າມີການໃຊ້ທໍ່ນ້ຳສີດຕາມທາງ ຫລື ໃຊ້ຄຸ, ຂັນ, ໂອຕັກນ້ຳສາດໃສ່ກັນ ແລະ ຮ້າຍແຮງກວ່ານັ້ນແມ່ນການຫລິ້ນນ້ຳສີ, ນ້ຳເປື້ອນ, ນໍ້າກ້ອນຮ່າຍໃສ່ຖົງຢາງແລ້ວດຶກໃສ່ກັນຖືກຄົນຈົນມີອາການບາດເຈັບ ຫລື ບາງຄົນ ກໍໃຊ້ ໝາກຕຳແຍປົນນໍ້າສາດໃສ່ເຮັດໃຫ້ເກີດຜື່ນຄັນຄາຍຕາມຕົນຕົວຈົນເຖິງຂັ້ນໄປໂຮງໝໍກໍມີ, ການຫລິ້ນລັກສະນະນີ້ແມ່ນນອກປະເພນີແລ້ວ, ເຊິ່ງອຳນາດການປົກຄອງບ້ານ ແລະ ເຈົ້າໜ້າທີ່ຄວນເຂັ້ມງວດໃນການຕິດຕາມກວດກາຈຸດຕ່າງໆ ລວມທັງຜູ້ໃຊ້ລົດໃຊ້ຖະໜົນທີ່ມີຖັງນ້ຳ ຫລື ຖົງຢາງໃນລົດ ເພື່ອສະກັດກັ້ນປາກົດການຫຍໍ້ທໍ້ດັ່ງກ່າວ.
ຜ່ານມາ, ອົງການປົກຄອງນະຄອນຫລວງວຽງຈັນ ກໍໄດ້ອອກລະບຽບການແນະນຳການຫລີ້ນບຸນທຸກໆປີ ເພື່ອແນໃສ່ສະກັດກັ້ນບໍ່ໃຫ້ມີການຕັ້ງໂຕະ, ຕັ້ງເຕັ້ນ ເພື່ອຫົດນ້ຳຕາມສາຍທາງທີ່ມີຄວາມສ່ຽງຕໍ່ການເກີດອຸປະຕິເຫດ ແລະ ຖ້າຈະໄປສົງນ້ຳພະ ແມ່ຍິງກໍໃຫ້ນຸ່ງສິ້ນ, ບໍ່ໃຫ້ນຸ່ງສັ້ນເຂີນຍົ້ວຍວນອະນາຈານຕ່າງໆ ທີ່ບໍ່ສອດຄ່ອງກັບວັດທະນະທຳເຮົາ. ສະເພາະນະຄອນຫລວງວຽງຈັນປີນີ້ ກິດຈະກຳການຫລິ້ນບຸນປີໃໝ່ແມ່ນຈັດຂຶ້ນຢູ່ທີ່ຫາດດອນຈັນແຄມຂອງ, ທ່ຽວຊົມປະຕິມະກຳຊາຍ, ຫລິ້ນນ້ຳ, ແຂ່ງຂັນກິລາ, ພ້ອມທັງມີການຄົບງັນອື່ນໆ, ທັງເປັນການສ້າງບັນຍາກາດຕ້ອນຮັບການທ່ອງທ່ຽວໃຫ້ຟົດຟື້ນຍິ່ງຂຶ້ນ.

