ຫົງສິງຊື້ແຢ້ ຊ່ວຍສ້າງວຽກເຮັດງານທໍາໃຫ້ຊຸມຊົນທ້ອງຖິ່ນເປັນຢ່າງດີ.

ທ່ານ ຫລີເຫວີນເຄີ ປະທານບໍລິສັດຫົງສິງຊື້ແຢ້ລາວຈຳກັດ, ໄດ້ມີຄໍາເຫັນໃນພິທີເປີດຫ້ອງຂາຍລົດກົນຈັກເບົາ ແລະ ໜັກຂອງຕົນຕັ້ງຢູ່ບ້ານໄຊມຸງຄຸນເມືອງ, ນາຊາຍທອງນະຄອນຫລວງວຽງຈັນເມື່ອບໍ່ດົນນີ້ວ່າ: ພາຍຫລັງຕົນເອງໄດ້ເຂົ້າມາສ້າງຕັ້ງໂຮງງານປະກອບລົດຈັກຍີ້ຫໍ້ລີຟານ (LIFAN) ຢູ່ເຂດນິຄົມອຸດສາຫະກຳວຽງຈັນ-ໂນນທອງ (ວິຕ້າພາກ) ໃນປີ 2014 ເປັນຕົ້ນມາ ແລະ ຜ່ານການດໍາເນີນທຸລະກິດມາຮອດປັດຈຸບັນເຫັນວ່າສັງຄົມໄດ້ມີຄວາມເຊື່ອໝັ້ນໃນຄຸນນະພາບລົດຈັກຂອງພວກເຮົາຫລາຍຂຶ້ນ, ອັນໄດ້ເຮັດໃຫ້ທຸລະກິດມີບາດກ້າວເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ແລະ ອັນສໍາຄັນແມ່ນໄດ້ປະກອບສ່ວນເສຍພັນທະຕ່າງໆໃຫ້ລັດຕາມລະບຽບກົດໝາຍ ແລະ ສ້າງວຽກເຮັດງານທໍາໃຫ້ປະຊາຊົນໃນທ້ອງຖິ່ນທີ່ໄດ້ໄປລົງທຶນເປັນຢ່າງດີ.
ປັດຈຸບັນ, ບໍລິສັດມີໂຮງງານປະກອບລົດຢູ່ນະຄອນຫລວງວຽງຈັນ ແລະ ແຂວງຫລວງນໍ້າທາ ແລະ ໄດ້ປະກອບລົດຫລາຍຍີຫໍ້ ເຊັ່ນ: ລົດຈັກລີຟານ (LIFAN) ແລະ ຫົງສິງ (HONG XIN), ລົດກະບະເຈເອັມຊີ (JMC) ແລະ ຍີຫໍ້ໂຮໂວ (HOWO) ແລະ ລົດບັນທຸກຍີຫໍ້ຊິໂນທຣັກ (SINOTRUK), ພ້ອມທັງມີສູນຈໍາໜ່າຍ ແລະ ບໍລິການຫລັງການຂາຍຢູ່ຫລາຍແຂວງໃນລາວ, ໂດຍມີພະນັກງານ ແລະ ກໍາມະກອນທີ່ເຮັດວຽກກັບບໍລິສັດຫລາຍກວ່າ 100 ຄົນ, ໃນນັ້ນ 80% ແມ່ນຄົນລາວ.
ໂອກາດນີ້, ທ່ານນາງ ສຸພັນ ແກ້ວຄຳເພັດ ປະທານສະພາບໍລິຫານນິຄົມອຸດສາຫະກຳວຽງຈັນ-ໂນທອງ (ວິຕ້າພາກ) ກ່າວວ່າ: ບໍລິສັດຫົງສິງຊື້ແຢ້ ລາວຈຳກັດ, ຖືເປັນຕົວແບບຂອງການລົງທຶນຕ່າງປະເທດໃນເຂດເສດຖະກິດວີຕາພາກ ທີ່ມີຄວາມເຕີບໃຫຍ່ຂະຫຍາຍຕົວ, ທັງເປັນຫົວໜ່ວຍທຸລະກິດລົງທຶນຈາກຕ່າງປະເທດທີ່ປະກອບສ່ວນສ້າງວຽກເຮັດງານທຳໃຫ້ກັບແຮງງານລາວເປັນຈຳນວນຫລາຍ, ພ້ອມທັງໄດ້ເສຍພັນທະຕ່າງໆໃຫ້ລັດເປັນຈໍານວນຫລາຍໃນແຕ່ລະປີ, ກໍຄືການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດເປັນຢ່າງດີ.
ໃນໂອກາດເປີດຮ້ານຈໍາໜ່າຍລົດຂອງບໍລິສັດຄັ້ງນີ້, ໂດຍໄດ້ຮັບກຽດເຂົ້າຮ່ວມຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍທ່ານເລຂາທິການສະມາຄົມມິດຕະພາບລາວ-ຈີນຂັ້ນສູນກາງ, ມີເຈົ້າເມືອງນາຊາຍທອງ ແລະ ຜູ້ຕາງໜ້າຈາກກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມດ້ວຍພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມເປັນຈໍານວນຫລາຍ.

