ສິງກະໂປ-ຈີນ ເພີ່ມການຮ່ວມມື ຕາມຂອບໜຶ່ງແລວໜຶ່ງເສັ້ນທາງ

ລັດຖະບານສິງກະໂປ ແລະ ລັດຖະບານຈີນ ລົງນາມຮ່ວມກັນໃນຂໍ້ຕົກລົງສົ່ງເສີມການຮ່ວມມືດ້ານການຄ້າ ແລະ ເສດຖະກິດໃນປະເທດທີສາມຕາມຂອບແຜນພັດທະນາໜຶ່ງແລວໜຶ່ງເສັ້ນທາງ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງປັກກິ່ງ ສປ ຈີນ ໃນວັນທີ 9 ເມສາວ່າ: ນາຍົກລັດຖະມົນຕີ ຫລີ ເຄີ້ສຽງ ແລະ ນາຍົກລັດຖະມົນຕີ ລີ ຊຽນລຸງ ເປັນສັກຂີພິຍານຮ່ວມກັນໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການພັດທະນາການຮ່ວມມືດ້ານການຄ້າ ແລະ ເສດຖະກິດລະຫວ່າງຈີນກັບສິງກະໂປ ເພື່ອລົງທຶນຮ່ວມກັນໃນຕະຫລາດປະເທດທີສາມ ຕາມຂອບແຜນພັດທະນາຍຸດທະສາດ ໜຶ່ງແລວໜຶ່ງເສັ້ນທາງ ຫລື ເສັ້ນທາງສາຍໄໝສະຕະວັດທີ 21 ເຊິ່ງພິທີລົງນາມມີຂຶ້ນຢູ່ນະຄອນຫລວງປັກກິ່ງ ໃນວັນທີ 8 ເມສາ.
ເນື້ອໃນສຳຄັນຂອງຂໍ້ຕົກລົງລວມທັງການຈັດຕັ້ງຄະນະເຮັດວຽກພິເສດຮ່ວມກັນລະຫວ່າງກະຊວງການຄ້າ ແລະ ອຸດສາຫະກຳຂອງສິງກະໂປ (MTI) ແລະ ສິງກະໂປ ເອັນເຕີໄພ ເຊິ່ງເປັນຄະນະກຳມະການຕາມກົດໝາຍພາຍໃຕ້ສັງກັດ MTI ກັບຄະນະກຳມະການການພັດທະນາ ແລະ ປະຕິຮູບແຫ່ງຊາດຂອງຈີນ ໂດຍຂອບເຂດຂອງການຮ່ວມມືຄວບຄຸມດ້ານການພັດທະນາລະບົບໂຄງລ່າງພື້ນຖານ, ລະບົບການເງິນ, ລະບົບທະນາຄານ ແລະ ປະກັນໄພ.

