ຂົນສົ່ງສາຍເໜືອຢືນຢັນບໍ່ຂຶ້ນລາຄາໂດຍສານເດັດຂາດ ພຽງຈະເພີ່ມຖ້ຽວຂຶ້ນສອງເທົ່າຮອງຮັບປີໃຫມ່

ສະຖານີຂົນສົ່ງໂດຍສານສາຍເໜືອ ອອກມາຖະແຫຼງຕໍ່ສື່ມວນຊົນເມື່ອທ້າຍອາທິດຜ່ານມານີ້ວ່າ:ໃນໄລຍະເທດສະການປີໃໝ່ ພ ສ 2561 ນີ້ ເຊິ່ງເປັນໄລຍະຄົນມີການເດີນທາງສູ່ພາກເໜືອຫຼາຍທີ່ສຸດ ຈຶ່ງໄດ້ເພີ່ມຖ້ຽວລົດຈາກປົກກະຕິຂຶ້ນເປັນທົບ ເທົ່າ ເພື່ອລຳລຽງຜູ້ໂດຍສານບໍ່ໃຫ້ຕົກຄ້າງ,ສ່ວນຄ່າໂດຍສານແມ່ນຮັກສາລາຄາເກົ່າ.
ທ່ານ ນາງ ຈິດປະສົງ ຫຼວງເດດມີໄຊ ຜູ້ອຳນວຍການສະຖານີກ່າວວ່າ:ນັບແຕ່ວັນທີ1 ເມສາປີ ເລີ່ມມີບັນຍາກາດຄຶກຄັກ ຜູ້ໂດຍສານເລີ່ມເດີນທາງກັບບ້ານ ເພື່ອໄປສະຫຼອງປີໃໝ່ທີ່ຖິ່ນກຳເນີດຂອງໃຜລາວ, ສະນັ້ນ ເພື່ອບໍ່ໃຫ້ຜູ້ໂດຍສານຕົກຄ້າງຫຼືເດີນທາງເມືອບ້ານທັນເວລາຈຶ່ງ ເພີ່ມຖ້ຽວໂດຍສານຈາກປົກກະ 30 ຖ້ຽວເປັນ 60 ແລະ ບໍ່ມີການກຳນົດເວລາໃນການປ່ອຍລົດ ຄັນໃດມີຜູ້ໂດຍສານເຕັມແລ້ວແມ່ນຈະປ່ອຍອອກເລີຍ ລົດໂດຍສານທຸກຄົນແມ່ນໄດ້ກວດກາເບື້ອງເຕັກນິກເປັນທີ່ຮຽບຮ້ອຍດີ.
ສ່ວນຄ່າໂດຍສານແມ່ນຍັງຢູ່ໃນລາຄາເກົ່າ, ແຕ່ຜູ້ໂດຍສານກ່ອນຈະຂີ່ຕ້ອງເບິ່ງລົດ ກ່ອນຈຶ່ງຂຶ້ນ, ຖ້າລົດລະດັບດີລາຄາກໍ່ຈະຕ່າງ, ສະນັ້ນ ເພື່ອບໍ່ໃຫ້ຜູ້ໂດຍສານມີຄວາມສັບສົນຈິ່ງແຈ້ງເພື່ອການກະກຽມກ່ອນອອກເດີນທາງໃຫ້ສະດວກ ແລະ ທຸກຄັນຈະບໍ່ມີປີ້ຢືນ,ນອກຈາກຜູ້ໂດຍສານຈະລັດຂຶ້ນຢູ່ຕາມສາຍທາງໂດຍໝົດເຂດຄວາມຮັບຜິດຊອບຂອງສະຖານີ, ແຕ່ແນວໃດກໍຕາມສຳລັບຜູ້ຂັບຂີ່ໂດຍສານທາງພະແນກໂຍທາທິການ ແລະ ຂົນສົ່ງກໍໄດ້ມີການສຶກສາອົບຮົມໃຫ້ມີຈັນຍາບັນບໍ່ສວຍໂອກາດຂື້ນລາຄາຫຼືເອົາປຽບຜູ້ໂດຍສານເດັດຂາດ ຖ້າມີກໍລະນີດັ່ງກ່າວແຈ້ງໃຫ້ຮີບຮ້ອນແຈ້ງມາຍັງສະຖານີຕາມເບີໂທ 020 5955 2222 ຈິດປະສົງ ໄດ້ທຸກເວລາ.

