ພິຈິກາ ບຸນກວ້າງ ຈຸດປ່ຽນວົງການກິລາລາວ

ຫລັງມີກະແສຂ່າວວ່ານັກເຕະແຖວໜ້າຫຼາຍຄົນລົ້ມບານ ກໍສົ່ງຜົນເຮັດໃຫ້ບັນຍາກາດວົງການບານເຕະງຽບເຫງົາລົງ, ພະແນກສຶກສານະຄອນຫຼວງວຽງຈັນ ຈິ່ງຫັນປ່ຽນປ່ອຍໂອກາດໃຫ້ສາວ ພິຈິກາ ບຸນກວ້າງ ໄວ 30 ປີ ມາເປັນປະທານສະໂມສອນນະຄອນຫຼວງ ຢູໄນເຕັດ, ຄືເປັນແມ່ຍິງຄົນທຳອິດກຳລັງມີບົດບາດໃນພັດທະນາວົງການກິລາ ແລະ ນັກເຕະລາວໃຫ້ມີຈັນຍາບັນ, ສັດຊື່ໃນອາຊີບ, ໃຫ້ກາຍເປັນນັກເຕະທີ່ມີຄຸນນະພາບທຽບທັນສາກົນໄດ້.
ສາວ ພິຈິກາ ບຸນກວ້າງ ຫຼືສາວໂບ ຢູ່ໃນວົງການກິລາໃຜໆຄົງຮູ້ຈັກດີທັງງາມທັງເກັ່ງ, ພາຍຫຼັງໄດ້ຮັບການແຕ່ງຕັ້ງເປັນປະທານສະໂມສອນເມື່ອເດື່ອນມັງກອນ 2018 ນີ້ ແລະ ເລີ່ມມາເຮັດວຽກຕົວຈິງໃນເດືອນມີນາ ກໍເຮັດໃຫ້ວົງການກິລາລາວມີບັນຍາກາດຄຶກຄັກຂຶ້ນມາ ຜົນງານທຳອິດໄດ້ຈັດການແຂ່ງຂັນ 4 ເສົ້າ ພ້ອມທັງສົ່ງທິມເຂົ້າຮ່ວມ ແລະ ຍາດໄດ້ທີ 2 ຫຼ້າສຸດເມື່ອບໍ່ດົນມານີ້ ກໍອອກມາເປີດໃຈຕໍ່ນັກຂ່າວໜັງສືພິມລາວພັດທະນາພວກເຮົາວ່າ: “ການກ້າວເຂົ້າມາສູ່ວົງການກິລາບານເຕະແມ່ນມາດ້ວຍຄວາມມັກຮັກ, ມາດ້ວຍຈິດໃຈພ້ອມຈະປ່ຽນ ແລະ ສ້າງນັກເຕະລາວໃຫ້ກ້າວເຖິງລີກສູງສຸດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ແລະ ສາມາດດຶງດູດໃຈນັກຊົມນັກເຊຍມາເຊຍໃຫ້ເຕັມຂອບສະໜາມໃນແຕ່ລະນັດຄືກັນກັບຢູ່ຕ່າງປະເທດ”. ເຖິງແມ່ນວ່າປະສົບການຍັງບໍ່ທັນຫຼາຍແຕ່ກໍໝັ້ນໃຈວ່າຈະບັນລຸຈຸດນັ້ນ, ຜ່ານມາບົດຮຽນໃນການຄຸມທິມນັກກິລາຍັງບໍ່ທັນມີແຕ່ມີປະສົບການໃນ ດ້ານການເຮັດການຕະຫຼາດໃຫ້ກັບຫຼາຍໆສະໂມສອນໃນລາວ, ຈິ່ງບໍ່ເປັນເລື່ອງຍາກໃນການດຶງຜູ້ສະໜັບສະໜູນດ້ານທຶນເຂົ້າມາບໍລິຫານ ແລະ ເປັນເງິນອຸດໜູນແກ່ລັກກິລາ ແລະ ກິດຈະກຳຕ່າງໆ, ປັດຈຸບັນ ສາວໂບ ກຳລັງແລກປ່ຽນບົດຮຽນໃນການບໍລິຫານທິມກັບບັນດາສະໂມ ສອນໃຫຍ່ໆຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອມາສ້າງນັກເຕະບານຂອງລາວໃຫ້ເປັນນັກເຕະມືອາຊີບ ມີສັກກະ ຍະພາບໃນການຫຼິ້ນສູງກ້າວສູ່ລະດັບພາກພື້ນ ແລະ ສາກົນ.
ນີ້ຄືແມ່ຍິງຄົນທຳອິດ ທີ່ເປັນນັກບໍລິຫານດ້ານກິລາບານເຕະ ທີ່ຫຼາຍໆຄົນຍັງມີຄຳຖາມວ່າ ນາງ ຈະເຮັດໄດ້ຫຼືບໍ່ ເພາະວ່າໂບເປັນຄົນງາມຜິວພັນເບາະບາງ ແລະ ບໍ່ມີປະສົບການດ້ານນີ້, ເຊິ່ງເປັນຄຳຕອບ ທີ່ຍັງເປັນປິດສະໜາຄາໃຈຫຼາຍໆທ່ານ, ແຕ່ນ້ອງໂບຈະເປັນຄົນຕອບໂຈດໃຫ້ເອງ, ຊິ່ງຈະໄດ້ເຫັນກັນຕໍ່ໄປວ່າ ຜົນຈະອອກມາແນວໃດ. ແຕ່ກໍ່ເຊື່ອແນ່ວ່າທ່ານຄືກຳລັງໃຈຂອງສາວໂບ ທີ່ຈະເຕີມເຕັມຊ່ວຍພັດທະນານັກເຕະ ບານຂອງລາວກ້າວສູ່ສາກົນ.
ແນວໃດກໍ່ຕາມ, ບັນຫາທີ່ກຳລັງປະສົບໃນປັດຈຸບັນຄືການແບກພາລະຄ່າໃຊ້ຈ່າຍຕ່າງໆທີ່ບໍ່ຈຳ ເປັນລວມທັງສະໜາມຝຶກຊ້ອມກໍຍັງບໍ່ສາມາດເຮັດໄດ້ເຕັມທີ່, ເນື່ອງຈາກສະໜາມທີ່ໃຊ້ໃນການຜຶກ ຊ້ອມກໍ່ແມ່ນສະໜາມເຈົ້າອະນຸວົງ, ເຊິ່ງໃນແຕ່ລະອາທິດມັກມີຫຼາຍໆກິດຈະກຳຈັດຂຶ້ນ, ແຕ່ແນວໃດ ກໍຈະພະຍາຍາມຊອກທາງອອກຄ່ອຍແກ້ປັນຫາໄປເລື້ອຍໆ ແລະ ກໍພົບທາງອອກໄດ້ດີ, ເຮັດໃຫ້ຜ່ານພົ້ນໄປ ນີ້ແມ່ນແມ່ຍິງທີ່ຍັງອ່ອນນ້ອຍ ແຕ່ຫຼາກຫຼາຍຄວາມສາມາດທີ່ເອື້ອຍນ້ອງແມ່ຍິງບາງຄົນຄວນເອົາເປັນ ແບບຢ່າງ.

