ນໍາສະເໜີລົດ ບີເອັມດັບເບີ້ນຢູ ຮຸ້ນໃໝ່

ເມື່ອທ້າຍອາທິດຜ່ານມານີ້, ສູນບໍລິການ ພລີມ້ຽມ ໂອໂຕ ລາວ (Premuim Auto Laos) ນະຄອນຫລວງວຽງຈັນ, ໄດ້ຈັດພິທີນໍາສະເໜີລົດ ເດີອໍນິວ ບີເອັມດັບເບີ້ນຢູ ເອັກ 3 (The all-new BMW X3) ເພື່ອເປີດໃຫ້ສັງຄົມສາມາດຈັບຈອງເປັນເຈົ້າຂອງໃນລາຄາພິເສດ 103.900 ໂດລາສະຫະລັດ ຫລື ປະມານ 800 ກວ່າລ້ານກີບ.

ຜູ້ຈັດການຝ່າຍບໍລິການຂອງສູນບໍລິການດັ່ງກ່າ ໃຫ້ຮູ້ວ່າ: ລົດຮຸ້ນໃໝ່ນີ້, ຖືກພັດທະນາຂຶ້ນດ້ວຍນະວັດຕະກໍາທັນສະໄໝ ເພື່ອຕອບໂຈດຄວາມຕ້ອງການຂອງຜູ້ໃຊ້ລົດໃນຍຸກໃໝ່, ດ້ວຍການອອກແບບ ແລະ ຕົກແຕ່ງພາຍໃນລົດໃຫ້ມີຄວາມສະດວກ ແລະ ເພີ່ມຄວາມປອດໄພຈາກພາຍນອກດ້ວຍການເສີມໄຟຕາແອລອີດີ (LED) ໄອຄອນທູ ທີ່ສ່ອງສະຫວ່າງໄກເຖິງ 500 ແມັດ ແລະ ສາມາດລ້ຽວໄປຕາມການເຂົ້າໂຄ້ງຂອງໂຕລົດ. ສ່ວນດ້ານຫລັງຈະເພີ່ມໄຟທ້າຍທີ່ເປັນລະບົບ 3 ມິຕິ ແລະ ທໍ່ໄອເສຍມາແບບຄູ່ບົ່ງບອກເຖິງຄວາມເປັນລົດສະປອດຫລາຍຂຶ້ນ ແລະ ພິເສດລົດຮຸ້ນນີ້, ສາມາດໄປໄດ້ໃນທຸກສະພາບເສັ້ນທາງ ດ້ວຍເຄື່ອງຈັກນໍ້າມັນກະຊວນຂະໜາດ 2.000 ຊີຊີ ແລະ ກິນນ້ຳມັນ 19 ກິ

ໂລແມັດຕໍ່ 1 ລິດ. ສໍາລັບລູກຄ້າສົນໃຈສາມາດສັ່ງຈອງໄດ້ແລ້ວທີ່ສູນບໍລິການ

ດັ່ງກ່າວ, ໂດຍມີສີດໍາ ແລະ ຂາວ ແລະ ສາມາດຈ່າຍກ່ອນປະມານ 30-50% ຂອງມູນຄ່າລົດ.

ພະນັກງານຝ່າຍຂາຍ ໃຫ້ຮູ້ວ່າ: ສູນບໍລິການພວກເຮົາຕັ້ງເປົ້າຍອດຈໍາໜ່າຍ

ລົດທຸກລຸ້ນຂອງ ບີເອັມດັບເບີນຢູ ໃຫ້ບັນລຸກວ່າ 100 ຄັນໃນປີນີ້.