ວິທະຍາສາດ-ເຕັກໂນໂລຊີແຂວງ ແລະ ສູນຄົ້ນຄວ້າກະສິກຳທ່າສະໂນຈັບມືທົດລອງຜະລິດເຊື້ອລາຢາປາບສັດຕູພືດ ແລະ ຜະລິດເຊື້ອເຫັດ

ພິທີເຊັນບົດບັນທຶກການຮ່ວມມືທົດລອງການຜະລິດ ເຊື້ອລາເປັນຢາປາບສັດຕູ ພືດ ແລະ ຜະລິດເຊື້ອເຫັດລະ ຫວ່າງພະແນກວິທະຍາ ສາດ-ເຕັກໂນໂລຊີ ແຂວງ ສະຫວັນນະເຂດ ກັບສູນ ຄົ້ນຄວ້າກະສິກຳ ແລະ ຂະ ຫຍາຍພັນພືດທ່າສະໂນພະ ແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ ໄດ້ມີ ຂຶ້ນໃນວັນທີ 23 ມີນານີ້, ຢູ່ ທີ່ພະແນກດັ່ງກ່າວ ໂດຍມີ ທ່ານ ກົງສະໄໝ ພະໄຊສົມ ບັດຮອງຫົວໜ້າພະແນກວິ ທະຍາສາດ-ເຕັກໂນ ໂລຊີ ແຂວງ ແລະ ທ່ານ ພູດາ ໄລ ລັດວິໄລວົງ ຫົວໜ້າສູນ ຄົ້ນຄວ້າກະສິກຳ ແລະ ຂະ ຫຍາຍພັນພືດທ່າສະໂນໄດ້ ຮ່ວມກັນເຊັນບົດບັນທຶກ ດັ່ງກ່າວ.

 

+ ພັກ-ລັດຖະບານລາວເຂົ້າຮ່ວມພິທີວາງພວງມາລາຕໍ່ການເສຍຊີວິດຂອງອະດີດນາຍົກລັດຖະມົນຕີຫວຽດນາມ

+ ຫລາຍທ້ອງຖິ່ນຈັດພິທີປ່ອຍປາລົງສູ່ແຫລ່ງນ້ຳທຳມະຊາດ ໃນໂອກາດວັນອານຸລັກສັດນ້ຳ-ສັດປ່າແຫ່ງຊາດ

ທ່ານ ພູດາໄລ ລັດວິ ໄລ ວົງ ໃຫ້ຮູ້ວ່າ: ການຜະລິດ ເຊືອລາເປັນຢາປາບສັດຕູພືດ ໃນ ໄລຍະທົດລອງນີ້ແມ່ນຈະບໍ່ ມີການແບ່ງປັນຜົນປະໂຫຍດ ໃນເມື່ອໃດຫາກປະສົບຜົນ ສຳເລັດແລ້ວ ຈຶ່ງຈະມີການ ປຶກສາຫາລືໃໝ່ກ່ຽວກັບຜົນ ຂອງການທົດລອງ ແລະ ການ ຄິດໄລ່ເປັນຄ່າແຮງງານ ໃຫ້ ຜູ້ທີ່ເຮັດວຽກຕົວຈິງ (ຍົກເວັ້ນ ພະນັກງານວິຊາການ) ພາຍ ຫລັງໄລ່ລຽງຄ່າ ໃຊ້ຈ່າຍທັງ ໝົດຈະມາແບ່ງ ຜົນກຳໄລ ໃຫ້ ກັນຜູ້ລະ 50%, ສ່ວນການຄຸ້ມ ຄອງ ແລະ ການຄວບຄຸມການ ຜະລິດແມ່ນທາງສູນເປັນ ຜູ້ຮັບຜິດຊອບເອງ ໃນນີ້ພະ ແນກ ວິທະຍາສາດເຕັກໂນໂລ ຊີຮັບຜິດຊອບຄວບຄຸມເຄື່ອງ ຈັກ, ສົ່ງພະນັກງານວິຊາການ 1-2 ຄົນປະຈຳ ຢູ່ສູນການ ຜະລິດ ແລະ ອຳນວຍຄວາມ ສະດວກໃຫ້ພະນັກງານວິ ຊາການຂອງຕົນໄດ້ລົງປະຕິ ບັດວຽກງານ ຢູ່ສະຖານທີ່ ການຜະລິດ.
ສ່ວນສູນຄົ້ນຄວ້າກະ ສິກຳ ແລະ ຂະຫຍາຍພັນພືດ ທ່ານ ສະໂນຮັບຜິດຊອບ./.