ການລັກລອບລ່າສັດ ແລະ ຕັດໄມ້ທຳລາຍປ່າຍັງມີຢູ່ໃນແຂວງບໍ່ແກ້ວ

ໃນກາງເດືອນ ມີນານີ້, ຫ້ອງການກະສິກຳ ແລະ ປ່າ ໄມ້ເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ ໄດ້ຈັດພິທີທຳລາຍ ສັດປ່າ ແລະ ການຍຶດໄມ້ທີ່ ຜິດກົດໝາຍຂຶ້ນຢູ່ຫ້ອງການ ດັ່ງກ່າວທີ່ທາງເຈົ້າໜ້າທີ່ກວດ ກາປ່າໄມ້ເມືອງສາມາດກວດ ຍຶດມາໄດ້ປະກອບມີ: ເຫງັນ, ກະຮອກ, ໄກ່ຂວາ ແລະ ໄມ້ຕັບ ຈຳນວນ 51 ຕັບ, ມີບໍລິມາດ ທັງໝົດ 3,200 ແມັດກ້ອນ, ມີມູນຄ່າທັງໝົດ 9 ລ້ານກວ່າ ກີບ, ທ່ານ ຫົວໜ້າຫ້ອງການ ກະສິກຳ-ປ່າໄມ້ ແຂວງວ່າ: ໂດຍປະຕິບັດຕາມກົດໝາຍ ວ່າ ດ້ວຍປ່າໄມ້ ແລະ ກົດໝາຍ ວ່າດ້ວຍການອະນຸລັກສັດນ້ຳ, ສັດປ່າ.
ດັ່ງນັ້ນກອງກວດກາປ່າ ໄມ້ ໄດ້ລົງເຄື່ອນໄຫວກວດກາ ບັນດາຈຸດຫລໍ່ແຫລມທີ່ເປັນ ເປົ້າໝາຍຢູ່ ເມືອງດັ່ງກ່າວ ແລະ ໄດ້ນຳເອົາຜູ້ກະທຳຜິດ ມາສຶກສາອົບຮົມພ້ອມທັງ ເຮັດບົດບັນທຶກກ່າວເຕືອນ ແລະ ຖືກປະຕິບັດຕາມກົດ ໝາຍວ່າດ້ວຍປ່າ ແລະ ຄຳສັ່ງ ສະບັບເລກທີ 15 ຂອງ ທ່ານ ນາຍົກ ແຫ່ງສາທາລະນະ ລັດປະຊາທິປະໄຕ ປະຊາຊົນ ລາວວ່າດ້ວຍການຍຸດຕິການ ຕັດ, ຍົກຍ້າຍໄມ້ຢູ່ໃນລາວ./.
+ ການລັກລອບຕັດໄມ້ ແລະ ຊື້-ຂາຍສັດນໍ້າ-ສັດປ່າປະເພດຫ່ວງຫ້າມຍັງພົບເຫັນຫຼາຍ
+ ການລັກລອບຕັດໄມ້ ແລະ ຊື້-ຂາຍສັດນໍ້າ-ສັດປ່າປະເພດຫ່ວງຫ້າມຍັງພົບເຫັນຫຼາຍ

