ລາວຈະສະຫລອງວັນໄມ້ໂລກຂຶ້ນໃນທ້າຍເດືອນມີນານີ້

ໃນວັນທີ 19 ມີນານີ້, ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຖະແຫລງຕໍ່ສື່ມວນຊົນວ່າ: ສປປ ລາວ ຈະຈັດງານສະເຫລີມສະຫລອງວັນໄມ້ໂລກໃນວັນທີ 29-31 ມີນານີ້, ທີ່ສູນການຄ້າລາວ-ໄອເຕັກນະຄອນຫລວງວຽງຈັນ, ພາຍໃຕ້ຄໍາຂວັນ: “ໄມ້ເພື່ອຊີວິດ ຫລື LIVE”, ຊຶ່ງຄາດວ່າຈະມີຫລາຍກວ່າ 40 ປະເທດເຂົ້າຮ່ວມ. ງານຄັ້ງນີ້ຖືເປັນໂອກາດດີເພື່ອເຜີຍແຜ່ຮີດຄອງປະເພນີອັນດີງາມຂອງຊາດທີ່ຕິດພັນກັບວຽກງານປ່າ ແລະ ໄມ້. ງານສະເຫລີມຫລອງວັນໄມ້ໂລກ ແມ່ນຈະມີຂຶ້ນໃນວັນທີ 21 ມີນາຂອງທຸກປີ ແລະ ຄັ້ງນີ້ຈັດຂຶ້ນເປັນປີທີ 6, ໂດຍຄັ້ງທໍາອິດຈັດຂຶ້ນໃນປີ 2013 ທີ່ປະເທດທັນຊາເນັຍ, 2014 ຢູ່ ສປຈີນ, 2015 ຢູ່ປະເທດເຕີກກີ, 2016 ຢູ່ປະເທດເນປານ ແລະ 2017 ຈັດຂຶ້ນ ຢູ່ສະຫະລັດອາເມລິກາ ແລະ ປີ 2018 ສປປ ລາວ ໄດ້ຮັບກຽດຈັດຮ່ວມກັບ 3 ປະເທດຄື: ກໍາປູເຈຍ, ມຽນມາ ແລະ ສປຈີນ ເປັນເຈົ້າພາບຈັດງານຕິດຕໍ່ກັນ. ໃນງານກໍຈະມີຫລາກຫລາຍກິດຈະກໍາ ເຊັ່ນ: ການວາງສະແດງຜະລິດຕະພັນໄມ້ຈາກແຕ່ລະປະເທດ, ການແກະສະລັກໄມ້, ການສະແດງເຄື່ອງດົນຕີສິລະປະພື້ນເມືອງ, ວັດທະນະທໍາທີ່ເຮັດດ້ວຍໄມ້, ໄປທ່ຽວຊົມສະຖານກ້າເບ້ຍໄມ້ເຂດນໍ້າຊ່ວງ ແລະ ອື່ນໆ.
ທ່ານລັດຖະມົນຕີ ກ່າວວ່າ: ຜ່ານມາ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ຕໍ່ວຽກງານຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ປ່າໄມ້ແບບຍືນຍົງ, ໂດຍໄດ້ກໍານົດແນວທາງນະໂຍບາຍ ແລະ ຍຸດທະສາດທີ່ແທດເໝາະ ແລະ ສອດຄ່ອງໃນແຕ່ລະໄລຍະ, ເພື່ອເຮັດໃຫ້ປ່າໄມ້ໃນທົ່ວປະເທດມີຄວາມປົກຫຸ້ມໃຫ້ໄດ້ 70% ໃນປີ 2020. ຄືຮູ້ນໍາກັນວ່າປ່າໄມ້ເປັນຊັບພະະຍາກອນອັນລໍ້າຄ້າຂອງຊາດໃນການພັດທະນາເສດຖະກິດ-ສັງຄົມ, ລືບລ້າງຄວາມທຸກຍາກ ແລະ ຄໍ້າປະກັນຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ໂດຍສະເພາະໃນເຂດຊົນນະບົດຫ່າງໄກສອກຫລີກໄດ້ອາໃສປ່າໄມ້ເປັນແຫລ່ງຊອກຢູ່ຫາກິນ ແລະ ການຜະລິດຕ່າງໆ ເພື່ອພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ.

