ເຂດເສດຖະກິດພິເສດຂອງລາວສາມາດດຶງດູດຜູ້ເຂົ້າມາລົງທຶນໄດ້ແລ້ວກວ່າ 50 ບໍລິສັດ

ຂະແໜງກ່ຽວຂ້ອງລາຍງານວ່າ: ມາຮອດປັດຈຸບັນ ເຂດເສດຖະກິດພິເສດຂອງລາວສາມາດດຶງດູດຜູ້ເຂົ້າມາລົງທຶນໄດ້ແລ້ວ 51 ບໍລິສັດ ລວມມີມູນຄ່າການລົງທຶນທັງໝົດຫລາຍກວ່າ 120 ລ້ານໂດລາສະຫະລັດ, ໃນນັ້ນເປັນການລົງທຶນພາຍໃນ 5 ບໍລິສັດ, ຕ່າງປະເທດ 45 ບໍລິສັດ ແລະ ຮ່ວມທຶນລະຫວ່າງພາຍໃນ ແລະ ຕ່າງປະເທດມີ 1 ບໍລິສັດ. ການລົງທຶນສ່ວນໃຫຍ່ແມ່ນຂະແໜງການບໍລິການກວມເອົາປະມານ 44% ແລະ ຖັດລົງມາແມ່ນຂະແໜງການຄ້າກວມເອົາ 42%, ສ່ວນຂະແໜງອຸດສາຫະກຳກວມພຽງ 16%.
ໃນປີ 2017 ເຂດເສດຖະກິດດັ່ງກ່າວສາມາດປະຕິບັດພັນທະໃຫ້ລັດໄດ້ຫລາຍກວ່າ 6 ລ້ານໂດລາ ຈາກຄ່າສຳປະທານທີ່ດີ, ອາກອນເງິນເດືອນ, ອາກອນກຳໄລ, ອາກອນມູນຄ່າເພີ່ມ, ອາກອນຊົມໃຊ້ ແລະ ຄ່າບໍລິການອື່ນໆ ແລະ ຜ່ານມານີ້, ລັດຖະບານໄດ້ເອົາໃຈໃສ່ຕໍ່ການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ພ້ອມມີການປັບປຸງຮ່າງດຳລັດວ່າດ້ວຍເຂດເສດຖະກິດດັ່ງກ່າວ ເພື່ອໃຫ້ການເຄື່ອນໄຫວຂອງມັນມີປະສິດທິຜົນສູງຂຶ້ນ. ກໍດັ່ງໂຄງການກໍ່ສ້າງເຂດພັດທະນາກວມລວມໄຊເສດຖາ ໂດຍແມ່ນການລົງທຶນຮ່ວມລະຫວ່າງນະຄອນຫລວງວຽງຈັນ ແລະ ບໍລິສັດລົງທຶນຕ່າງປະເທດ ແຂວງຢຸນນານ ສປ ຈີນ ໃນມູນຄ່າການລົງທຶນທັງໝົດ 128 ລ້ານໂດລາສະຫະລັດ, ໃນນັ້ນຝ່າຍລາວຖືຫຸ້ນ 25% ແລະ ຝ່າຍຈີນ 75% ມາຮອດປັດຈຸບັນການກໍ່ສ້າງພື້ນຖານໂຄງລ່າງໄລຍະທີ I ກໍມີຜົນສຳເລັດສູງ ຄືສຳເລັດການກໍ່ສ້າງເສັ້ນທາງຍາວ 18 ກິໂລແມັດ, ປັບໜ້າດິນ 400 ເຮັກຕາ, ກໍ່ສ້າງລະບົບນ້ຳປະປາ ແລະ ຮ່ອງລະບາຍນ້ຳສຳເລັດ. ພ້ອມນັ້ນກໍໄດ້ສ້າງໂຮງງານລະດັບມາດຕະຖານໃນເນື້ອທີ່ 5 ເຮັກຕາ, ກໍ່ສ້າງອາຄານຫໍພັກພະນັກງານ, ສູນບໍລິການລູກຄ້າ ແລະ ຕຶກອາຄານອື່ນໆອີກໃນເນື້ອທີ່ 2 ເຮັກຕາ, ປັດຈຸບັນ ພວມສຸມໃສ່ກໍ່ສ້າງສະຖານີໄຟຟ້າ 115 ກິໂລໂວນ ແລະ ໄດ້ເຊີນເອົານັກອອກແບບທີ່ມີຊື່ສຽງຂອງສິງກະໂປເຂົ້າມາອອກແບບວາງແຜນພັດທະນາໄລຍະ II ແລະ III ໃຫ້ສຳເລັດຕາມເປົ້າໝາຍ.
