ໂຄງການກໍ່ສ້າງຊົນລະປະທານນ້ຳແກບ ເມືອງຊະນະຄາມ ໃກ້ຈະສຳເລັດແລ້ວ

ແຫລ່ງຂ່າວທ້ອງຖິ່ນ ລາຍ ງານວ່າ: ໂຄງການກໍ່ສ້າງອ່າງ ເກັບນ້ຳ, ນ້ຳແກບ ແລະ ໂຄງ ການສ້ອມແປງລະບົບຊົນລະ ປະທານນ້ຳທູນ, ເມືອງຊະນະ ຄາມ ແຂວງວຽງຈັນ, ມາຮອດ ປັດຈຸບັນສຳເລັດແລ້ວເປັນ ສ່ວນໃຫຍ່, ພາຍຫລັງດຳ ເນີນມາແຕ່ທ້າຍປີ 2017, ດ້ວຍມູນຄ່າທັງໝົດ 150 ຕື້ກີບ, ໂດຍແມ່ນ ບໍລິສັດ ແພງ ພອນ ກໍ່ສ້າງຂົວທາງ ແລະ ຊົນລະປະທານຈຳກັດ ຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ, ເພື່ອ ແນໃສ່ຕອບສະໜອງນ້ຳໃຫ້ ແກ່ການຜະລິດຂອງ ປະຊາ ຊົນ 7 ບ້ານໃນເມືອງ ດັ່ງ ກ່າວຄື: ບ້ານນາແກບ, ນາກາງ, ນາມອຍ, ໂຄກເຂົ້າດໍ, ຫ້ວຍເຕົ່າ, ບ້ານໃໝ່ປາກທູນ ແລະ ບ້ານປຸ່ງມາ, ໂດຍຈະຮັບ ປະກັນໃຫ້ເນື້ອທີ່ການຜະລິດ ຂອງເຂົາເຈົ້າຫລາຍກວ່າ 1.000 ເຮັກຕາເຮັດນາໄດ້ທັງ ສອງລະດູ ແລະ ຈະຊ່ວຍສ້າງ ພື້ນຖານເສດຖະກິດຂອງ ເມືອງ ດັ່ງກ່າວເຂັ້ມແຂງ ປະຊາຊົນສາ ມາດຫລຸດພົ້ນອອກຈາກ ຄວາມ ທຸກຍາກຂາດເຂີນໄ້ດ./.

 

+ ໂຄ​ງການກໍ່ສ້າງ​ຄູ​ປ້ອງ​ກັນນ້ຳຖ້ວມ​ຕອນ​ໃຕ້ ນະຄອນຫລວງ​ວຽງຈັນ​ໃກ້​ຈະ​ສຳ​ເລັດ​ແລ້ວ

+ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຄືບໜ້າກວ່າ 20%