ສົ່ງເສີມຜູ້ປະກອບການ ໃຫ້ຈົດທະບຽນສາກົນກ່ຽວກັບເຄື່ອງໝາຍພາຍໃຕ້ອານຸສັນຍາມາດຣິດ

ໃນວັນທີ 13 ມີນາ 2018, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້ “ສົ່ງເສີມຜູ້ປະກອບການ ໃຫ້ຈົດທະບຽນສາກົນ ກ່ຽວກັບເຄື່ອງໝາຍພາຍໃຕ້ອານຸສັນຍາມາດຣິດ” ຂຶ້ນທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ເດນເນວ ຟິດແພັດທຣິກ (Daniel Fitzepatrict) ຫົວໜ້າໂຄງການຮ່ວມມື ລາວ-ອາເມລິກາ ເພື່ອການເຊື່ອມໂຍງສາກົນ ແລະ ອາຊຽນ (LUNA-LAO II).
ການສຳມະນາດັ່ງກ່າວເພື່ອຄວາມເຂົ້າໃຈກ່ຽວກັບການຈົດທະບຽນ ແລະ ການປົກປ້ອງເຄື່ອງໝາຍການຄ້າ ຕາມອານຸສັນຍາທີ່ຕິດພັນກັບສົນທິສັນຍາມາດຣິດ ແລະ ຊຸກຍູ້ສົ່ງເສີມຜູ້ປະກອບການຢູ່ ສປປ ລາວ ທີ່ສົ່ງອອກສິນຄ້າໃຫ້ຈົດທະບຽນສາກົນກ່ຽວກັບເຄື່ອງໝາຍ ເພື່ອຈະໄດ້ຮັບການປົກປ້ອງຢູ່ຕ່າງປະເທດ.
ທ່ານນາງ ຂັນລາສີ ແກ້ວບຸນພັນ ກ່າວວ່າ: ອານຸສັນຍາມາດຣິດ ແມ່ນສັນຍາສາກົນ ພາຍໃຕ້ການຄຸ້ມຄອງຂອງອົງການຊັບສິນທາງປັນຍາໂລກ ວ່າດ້ວຍການຈັດຕັ້ງປະຕິບັດການຈົດທະບຽນສາ ກົນກ່ຽວກັບເຄື່ອງໝາຍ ຜ່ານລະບົບມາດຣິດ ຊຶ່ງໄດ້ຖືກຮັບຮອງໃນວັນທີ 27 ມິຖຸນາ 1989 ທີ່ນະ ຄອນມາດຣິດ ປະເທດແອັດສະປາຍ ເພື່ອແນໃສ່ອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ກໍຄື ເຈົ້າຂອງເຄື່ອງໝາຍການຄ້າສາມາດຂໍການປົກປ້ອງຢູ່ຫລາຍປະເທດ, ຫລາຍໝວດສິນຄ້າໃນຄຳຮ້ອງດຽວ ເພື່ອເປັນການປະຢັດຄ່າໃຊ້ຈ່າຍ ແລະ ເວລາ.
ທ່ານນາງ ຂັນລາສີ ກ່າວຕື່ມວ່າ: ປັດຈຸບັນ ອານຸສັນຍາມາດຣິດ ມີສະມາຊິກທັງໝົດ 116 ປະເທດ, ໃນນັ້ນ ສະມາຊິກທີ່ເປັນຕະຫລາດສຳຄັນຂອງ ສປປ ລາວ ເຊັ່ນ: ສະຫະພາບເອີຣົບ, ສປ ຈີນ, ບັນດາປະເທດໃນອາຊຽນ, ສະຫະລັດອາເມລິກາ, ຍີ່ປຸ່ນ, ສ.ເກົາຫລີ ແລະ ອື່ນໆ. ສຳລັບ ສປປ ລາວ ແມ່ນໄດ້ເຂົ້າເປັນພາຄີຂອງອານຸສັນຍາດັ່ງກ່າວ ນັບແຕ່ວັນທີ 7 ທັນວາ 2015 ແລະ ມີຜົນບັງຄັບໃຊ້ໃນວັນທີ 7 ມີນາ 2016 ເປັນຕົ້ນມາ, ເປັນອັນດັບທີ 97 ຂອງສົນທິສັນຍາດັ່ງກ່າວ.

