ກົມມາດຕະຖານ ແລະ ວັດແທກ ລົງກວດກາຄຸນນະພາບນ້ຳມັນ ຢູ່ແຂວງຊຽງຂວາງ

ເມື່ອບໍ່ດົນມານີ້, ພະແນກ ວິທະຍາສາດ ແລະ ເຕັກໂນໂລ ຊີ (ພວຕ) ແຂວງຊຽງຂວາງ ຮ່ວມກັບກົມມາດຕະຖານ ແລະ ວັດແທກ, ກະຊວງວິທະ ຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ລົງກວດກາຄຸນ ນະພາບນໍ້າມັນ ເຊື້ອໄຟຕາມ ປໍ້າບໍລິການ ແລະ ສາງນໍ້າມັນ ເຊື້ອໄຟໃນທົ່ວ ແຂວງຊຽງ ຂວາງ. ທ່ານ ຄໍາຫຼ້າ ຈັນທະ ວອນ, ຮອງຫົວໜ້າ ພະແນກ ການດັ່ງກ່າວຂອງ ແຂວງ ໃຫ້ ຮູ້ວ່າ: ການລົງກວດກາຄັ້ງນີ້ ກໍເພື່ອເປັນການກວດກາຄຸ້ມ ຄອງ, ຄວບຄຸມຄຸນນະພາບ ຂອງນໍ້າມັນເຊື້ອໄຟ ເພື່ອຮັບ ປະກັນມາດ ຕະຖານທີ່ກໍານົດ ໄວ້ ແລະ ທັງຮັບປະກັນການ ປະຕິບັດໜ້າທີ່ໃຫ້ຖືກຕ້ອງ ຕາມລະບຽບການ, ມາດຕະ ຖານ ແລະ ຂັ້ນຕອນການ ກວດ ສອບ. ເພື່ອຮັບປະກັນໃຫ້ຜູ້ ບໍລິໂພກໄດ້ນຳໃຊ້ນ້ຳມັນມີຄຸນ ນະພາບ.
ປັດຈຸບັນແຂວງຊຽງ ຂວາງມີປ້ຳນ້ຳມັນທັງໜົດ 144 ປໍ້າ, ມີ 558 ຫົວຈ່າຍ ແລະ 3 ສາງ, 8 ຫົວຈ່າຍ; ຜ່ານການກວດສອບຄຸນນະ ພາບຕົວຈິງຄັ້ງນີ້ ພົບວ່າ ຄຸນ ນະພາບ ຂອງນໍ້າມັນເຊື້ອໄຟ ແມ່ນ ຢູ່ ໃນເກນມາດຕະຖານ ຕາມທີ່ກໍານົດໄວ້, ບໍ່ພົບສານ ປົນເປື້ອນໃດໆ.

 

+ ສະຫວັນນະເຂດເອົາໃຈໃສ່ກວດກາຫົວສີດນ້ຳມັນເຊື້ອໄຟ

+ ອຸກ​ໃຈ​ລາຍ​ຮັບ​ຕ່ຳ ນ້ຳມັນ​ປັບ​ຂື້ນ​ຕິກໆ

ປັດຈຸບັນ ກະຊວງ ວິທະ ຍາສາດ ແລະ ເຕັກໂນ ໂລຊີ ໄດ້ ມີການເປີດສາຍດ່ວນໃຫ້ສັງ ຄົມໄດ້ໂທແຈ້ງກ່ຽວກັບການ ບໍລິການຂອງຫົວໜ່ວຍທຸລະ ກິດປ້ຳນ້ຳມັນ ຫາກພົບເຫັນ ບໍ່ມີຄຸນນະພາບ ແລະ ການບໍ ລິການ ບໍ່ຍຸຕິທຳແມ່ນ ໂທແຈ້ງ ທີ່ເບີ 1513.