ຈີນກຽມປັບໂຄງສ້າງ ການບໍລິຫານຄັ້ງໃຫຍ່

ລັດຖະສະພາຂອງຈີນກຳລັງພິຈາລະນາຮ່າງແຜນຍຸດທະສາດປະຕິຮູບໂຄງສ້າງການບໍລິຫານຄັ້ງຍິ່ງໃຫຍ່ທີ່ສຸດໃນຮອບຫລາຍປີ ເຊິ່ງລວມທັງການຈັດຕັ້ງກະຊວງໃໝ່ຫລາຍກະຊວງ ແລະ ການລວມໜ່ວຍງານຜູ້ກວດສອບການເງິນ ແລະ ການປະກັນໄພໄວ້ນຳກັນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງປັກກິ່ງ ສປ ຈີນ ໃນວັນທີ 13 ມີນາວ່າ: ບົດບັນນາທິການໃນສະບັບວັນທີ 13 ມີນາ ຂອງໜັງສືພິມໄຊນາ ເດລີ ອ້າງຄຳກ່າວຂອງທ່ານ ຫລິວ ເຫີ ທີ່ປຶກສາດ້ານນະໂຍບາຍເສດຖະກິດຂອງປະທານປະເທດ ສີ ຈິ້ນຜິງ ວ່າ: ການປະຕິຮູບພາຍໃນພັກກອມມູນິດ ແລະ ສະຖາບັນຂອງຈີນຕາມແນວທາງຂອງລັດຖະບານຊຸດປັດຈຸບັນ ຖືເປັນ “ການປະຕິວັດຄັ້ງຍິ່ງໃຫຍ່” ເພື່ອສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງການປົກຄອງໃນໄລຍະຍາວ.
ທັງນີ້, ລັດຖະບານປັກກິ່ງສະເໜີຮ່າງແຜນຍຸດທະສາດປັບປຸງໂຄງສ້າງການບໍລິຫານໃຫ້ສະພາປະຊາຊົນແຫ່ງຊາດ (NPC) ພິຈາລະນາ ໃນວັນທີ 12 ມີນາ ເຊິ່ງວາລະສຳຄັນລວມທັງການແຍກສຳນັກງານກິດຈະການນັກຮົບເກົ່າຈາກກະຊວງກິດຈະການພົນລະເມືອງ ໃຫ້ເປັນກະຊວງກິດຈະການນັກຮົບເກົ່າໂດຍສະເພາະ ແລະ ການຈັດຕັ້ງສຳນັກງານປະສານການຮ່ວມມືດ້ານການພັດທະນາລະຫວ່າງປະເທດ ເພື່ອຍົກລະດັບບົດບາດ ແລະ ສົ່ງເສີມປະສິດທິພາບຂອງລັດຖະບານປັກກິ່ງໃນໂຄງການພັດທະນາລະຫວ່າງປະເທດ. ອີກທັງຈະເປັນການໂຄສະນານະໂຍບາຍຍຸດທະສາດ “ໜຶ່ງແລວໜຶ່ງເສັ້ນທາງ” ຫລື “ເສັ້ນທາງສາຍໄໝສະຕະວັດທີ 21” ໄດ້ອີກທາງໜຶ່ງ.
All you need to know about China's draft supervision law #TwoSessions https://t.co/DVca8xPv5R pic.twitter.com/9Gvu7ktCJA
— CGTN (@CGTNOfficial) March 13, 2018
ຂະນະດຽວກັນ, ລັດຖະບານຈີນຍັງສະເໜີການຈັດຕັ້ງກະຊວງກະສິກຳ, ກະຊວງຊັບພະຍາກອນທຳມະຊາດ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ສຳນັກງານບໍລິຫານການກວດຄົນເຂົ້າເມືອງ. ນອກຈາກນີ້ ເນື້ອໃນເອກະສານຍັງສະເໜີການລວມສຳນັກງານກວດສອບສະຖາບັນການເງິນ ແລະ ສຳນັກງານກວດສອບການປະກັນໄພໃຫ້ເປັນໜ່ວຍງານດຽວກັນ ເພື່ອເພີ່ມປະສິດທິພາບໃນການແກ້ໄຂຄວາມສ່ຽງທັງສອງດ້ານ. ເຖິງຢ່າງໃດກໍຕາມ, ໜ່ວຍງານທັງສອງແຫ່ງທີ່ຈະລວມເປັນໜຶ່ງດຽວກັນໃນອະນາຄົດຕ້ອງປ່ຽນຖ່າຍອຳນາດການກວດສອບ ທີ່ລວມທັງການສະເໜີກົດໝາຍທີ່ກ່ຽວຂ້ອງ ໃຫ້ໄປຢູ່ພາຍໃຕ້ການແກ້ໄຂຂອງທະນາຄານປະຊາຊົນຈີນ (PBOC) ແທນ ຖືເປັນການເພີ່ມອຳນາດດ້ານການກວດສອບໃຫ້ແກ່ທະນາຄານກາງຂອງປະເທດ.

