ສປປ ລາວ ມີຜົນຄືບໜ້າໃນວຽກງານຕ້ານການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໄດ້ຈັດກອງປະຊຸມໃນວັນທີ 12 ມີນານີ້ ທີ່ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ການເງິນ, ປະທານຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.
ກອງປະຊຸມຈະໄດ້ມີການລາຍງານເຖິງຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຜ່ານມາກໍຄືມະຕິຂອງກອງປະຊຸມສະໄໝສາມັນ ຄັ້ງທີ III ປີ 2017 ແລະ ໄດ້ປຶກສາຫາລືບາງບັນຫາທີ່ພົ້ນເດັ່ນກ່ຽວກັບວຽກງານການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໂດຍສະເພາະການປະເມີນເບື້ອງຕົ້ນຄວາມສ່ຽງລະ ດັບຊາດການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; ການສ້າງຄວາມສາມາດໃຫ້ບັນດາຂະແໜງການຕິດພັນກັບການສືບສວນ-ສອບສວນຄະດີການຟອກເງິນ ແລະ ການປັບປຸງກົນໄກການດໍາເນີນງານ, ປະສານງານພາກສ່ວນກ່ຽວຂ້ອງ ເພື່ອຮັບ ຮອງການຈັດຕັ້ງປະຕິບັດ 40 ຂໍ້ແນະນໍາຂອງອົງການຕ້ານການຟອກເງິນສາກົນ (FATF) ແລະ ບັນຫາອື່ນໆທີ່ປິ່ນອ້ອມອີກຈໍານວນໜຶ່ງ.
ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ ໄດ້ລາຍງານການຈັດຕັ້ງປະຕິບັດມະຕິຂອງຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນຄັ້ງກ່ອນ; ການຈັດຕັ້ງປະຕິບັດວຽກງານຂອງສໍານັກງານຂໍ້ມູນຕ້ານການຟອກເງິນ; ການເຂົ້າເປັນສະມາຊິກກຸ່ມຮ່ວມມືໃນການແລກປ່ຽນຂໍ້ມູນລະຫວ່າງໜ່ວຍງານຂໍ້ມູນຕ້ານການຟອກເງິນສາກົນ (Egmont Group) ແລະ ບັນຫາອື່ນໆ ລວມທັງ 4 ຂໍ້ແນະນຳ ຂອງກຸ່ມອາຊີ-ປາຊີ ຟິກ ເພື່ອຕ້ານການຟອກເງິນ (APG); ການຮ່ວມມືສາກົນ ແລະ ການສ້າງຜູ້ປະເມີນ.
ທັງໝົດນັ້ນ ກໍເພື່ອຮັບປະກັນບໍ່ໃຫ້ ສປປ ລາວ ຕົກຢູ່ໃນການຕິດຕາມຂອງສາກົນກ່ຽວກັບວຽກງານ AML/CFT ແລະ ກະກຽມໃຫ້ແກ່ການປະເມີນ ສປປ ລາວຮອບດ້ານກ່ຽວກັບວຽກງານ AML/CFT (Mutual Evaluation “ME”) ໃນປີ 2020 ແລະ ຍັງງເປັນການປຶກສາຫາລືເຖິງຄວາມຄືບໜ້າທີ່ ສປປ ລາວ ໄດ້ມີການຈັດຕັ້ງປະຕິບັດກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍຕາມແຜນການທີ່ວາງໄວ້ ແລະ ເພື່ອເຮັດໃຫ້ລະບົບເສດຖະກິດ-ການເງິນມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມເຂັ້ມແຂງ, ໝັ້ນຄົງ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
# ຂ່າວ-ພາບ: ຣັດສະໝີ ດວງສັດຈະ

