ມູຣິນໂຢ ບໍ່ໝັ້ນໃຈ ປ໊ອກບາ ເຊົາທັນນັດພົບ ເຊບີຢາ

ໂຊເຊ ມູຣິນໂຢ ຜູ້ຈັດການທີມ ແມນເຊັສເຕີ ຢູໄນເຕັດ ກົ້ມໜ້າຮັບ ບໍ່ໝັ້ນໃຈວ່າ ປອລ ປ໊ອກບາ ມິດຟິລຊາວຝຣັ່ງຈະພ້ອມລົງຫລິ້ນໃນເກມແຊມປ້ຽນ ລີກ ກັບ ເຊບີຢາ ວັນທີ 13 ມີນານີ້ ຫລື ບໍ່. ພ້ອມຊີ້ ເກມພົບ ເຊບີຢາ ລວມທັງ ເອັຟເອ ຄັບ ຮອບ 8 ທີມສຸດທ້າຍກັບ ໄບຣຕັນ ຖືວ່າສຳຄັນກວ່ານັດຊະນະ ລີເວີພູລ.
ປ໊ອກບາ ຫາກໍໄດ້ຮັບບາດເຈັບບໍລິເວນຂາຕອນລົງຊ້ອມກັບທີມໃນວັນທີ 9 ມີນາ ຈົນເຮັດໃຫ້ລາວອົດຊ່ວຍທີມໃນເກມ “ແດງເດືອດ” ນັດທີ່ຕົ້ນສັງກັດເປີດບ້ານເອົາຊະນະ ລີເວີພູລ 2-1 ເຊິ່ງເຮັດໃຫ້ມີການຕັ້ງບັນຫາວ່າ ລາວຈະລົງຫລິ້ນໃນເກມກັບ ເຊບີຍາ ໄດ້ ຫລື ບໍ່.
ຜູ້ຈັດການທີມຊາວໂປຣຕຸກີສ ກ່າວອີກວ່າ: ເກມກັບ ເຊບີຍາ ແລະ ເອັຟເອ ຄັບ ຮອບກ່ອນຮອງຊະນະເລີດທີ່ຕ້ອງພົບກັບ ໄບຣຕັນ ແອນ ໂຮຟ ອັລປ້ຽນ ໃນວັນທີ 17 ມີນານີ້ ຖືເປັນເກມທີ່ສຳຄັນກວ່ານັດພົບກັບ ລີເວີພູລ “ເກມພົບ ເຊບີຍາ ແລະ ໄບຣຕັນ ມັນສຳຄັນກວ່າເກມພົບກັບ ລີເວີພູລ, ລີເວີພູລ ກໍຄື ລີເວີພູລ ມັນເປັນເກມໃຫຍ່ ມັນຄືເກມທີ່ພວກເຮົາພົບຄູ່ແຂ່ງຍາດພື້ນທີ່ທ໊ອບໂຟຣໂດຍກົງ ມັນກໍຍັງບໍ່ໄດ້ເປັນການຕັດສິນຫຍັງເລີຍ”.
“ໃນລີກພວກເຮົາຍັງເຫລືອເກມໃຫ້ຫລິ້ນອີກ 8 ນັດ ແລະ ມີອີກ 24 ຄະແນນໃຫ້ເກັບ, ແຕ່ເກມກັບ ເຊບີຍາ ແລະ ໄບຣຕັນ ມັນຄືເກມທີ່ຮູ້ຜົນກັນທັນທີ. ດັ່ງນັ້ນ ເກມ 2 ນັດຕໍ່ຈາກນີ້ຈຶ່ງຖືວ່າສຳຄັນກວ່າເກມພົບກັບ ລີເວີພູລ.

