ຈັດກິດຈະກຳສົນທະນາໃຫ້ຄຳປຶກສາແກ່ໄວໜຸ່ມນັກສຶກສາເພດຍິງລາວ

ເນື່ອງໃນໂອກາດ ສະເຫລີມ ສະຫລອງວັນແມ່ຍິງສາກົນຄົບ ຮອບ 108 ປີ ຫລາຍພາກສ່ວນ ໄດ້ຮ່ວມກັນຈັດກິດຈະກໍາສົນ ທະນາ ໃຫ້ຄໍາປືກສາແກ່ໄວໜຸ່ມ ນັກສືກສາເພດຍິງ ແລະ ຜູ້ເຮັດ ວຽກ ຢູ່ສໍານັກງານ ອົງການຈັດ ຕັ້ງຕ່າງໆ ຂຶ້ນທີ່ສະຖາບັນພາ ສາຝຣັ່ງໃນນະຄອນຫລວງ ວຽງຈັນ, ໂດຍການໃຫ້ກຽດ ເຂົ້າຮ່ວມ ຂອງ ທ່ານ ນາງ ສູນ ທອນ ໄຊຍະຈັກ ຫົວໜ້າຄະ ນະພົວພັນຕ່າງປະເທດສູນ ກາງພັກ ແລະ ມີຜູ້ຕາງໜ້າ ຈາກສະພາແຫ່ງຊາດ, ຈາກ ສູນກາງ ສະຫະພັນເພດຍິງ ລາວ, ນັກທຸລະກິດ ຍິງໜຸ່ມເຂົ້າ ຮ່ວມນຳ.
ກິດຈະກໍາໃນຄັ້ງນີ້, ຊ່ວຍ ສົ່ງເສີມໃຫ້ຄວາມຮູ້, ຄວາມ ກ້າວໜ້າຂອງແມ່ຍິງ ໃນດ້ານ ຕ່າງໆ ທີ່ພົວພັນກັບຊີວິດຄອບ ຄົວ, ການປະຕິບັດວຽກງານ ແລະ ການສືກສາ. ເພື່ອແນໃສ່ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ ລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ.
ກິດຈະກໍາດັ່ງກ່າວ, ໂດຍ ໄດ້ຮັບການສະໜັບສະໜູນ ຈາກສະຖານທູດການາດາ ປະຈໍາ ສປປ ລາວ, ບໍລິສັດກາ ເຟສີນຸກ ຮ່ວມກັບສະຖານທູດ ຝຣັ່ງ ແລະ ສະຖານທູດ ອາເມ ລິກາ ປະຈໍາ ສປປ ລາວ.

 

+ ຈັດກິດຈະກຳປູກຈິດສຳນຶກສິນທຳ ແກ່ເຍົາວະຊົນເພື່ອຫລີກລ່ຽງບັນຫາຢາເສບຕິດ

+ ລາວຈະໃຊ້ງົບຫລາຍກວ່າ 22 ຕື້ກີບ ຈັດກິດຈະກຳປີທ່ອງທ່ຽວລາວ 2018