ເກີດເຫດເສົ້າສະຫລົດໃຈພໍ່ເມົາຢາບ້າໃຊ້ພ້າຟັນຄໍລູກສາວ 3 ຄົນເສຍຊີວິດຄາເຮືອນ

ເຈົ້າໜ້າທີ່ ປກສ ເມືອງຄຳເກີດແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຢູ່ບ້ານນາໄຮ່, ເມືອງ ແລະ ແຂວງດັ່ງກ່າວ ໄດ້ເກີດເຫດເສົ້າສະຫລົດໃຈພໍ່ເມົາຢາບ້າແລ້ວໃຊ້ພ້າຟັນຄໍລູກສາວຕົນເອງ 3 ຄົນເສຍຊີວິດຄາທີ່ ແລະ ລົງມືປາດຄໍຫວັງດັບຊີວິດຂອງຕົນເອງ, ໂຊກດີທີ່ມີຊາວບ້ານມາພົບເຫັນແລ້ວໄດ້ນຳສົ່ງໂຮງໝໍ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ຜູ້ເປັນພໍ່ຊື່ທ້າວ ໄມ ອາຍຸ 37 ປີອາຊີບກຳມະກອນ, ຊຶ່ງຈາກການອ້າງອີງຂອງອຳນາດການປົກຄອງບ້ານ ໃຫ້ຮູ້ວ່າ: ກ່ອນເກີດເຫດຜູ້ເປັນເມຍຊື່ນາງ ຄຳ ໄດ້ໄປຊັກເຄື່ອງຢູ່ແຄມທ່ານ້ຳ ຫ່າງຈາກບ້ານປະມານ 50 ແມັດ, ໂດຍມີລູກສາວ 3 ຄົນ, ຜູ້ກົກອາຍຸ 6 ປີ ຫລິ້ນກັບນ້ອງສາວຢູ່ເຮືອນ, ຈາກນັ້ນຜູ້ເປັນພໍ່ໄດ້ກັບມາແຕ່ເຮັດວຽກ, ຍ້ອນຢາກກິນເຂົ້າບວກກັບຜູ້ກ່ຽວໄດ້ເສບຢາມາກ່ອນ, ຈຶ່ງເກີດໂມໂຫໃຊ້ພ້າຟັນຄໍລູກສາວຂອງຕົນເອງຈົນເສຍຊີວິດ.
ທ່ານພັນໂທ ກົງຈັນ ຫົວໜ້າກອງບັນຊາການ ປກສ ເມືອງຄຳເກີດ ໃຫ້ຮູ້ວ່າ: ບັນຫາຢາເສບຕິດໄດ້ເປັນສາເຫດຕົ້ນຕໍທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ທາງສັງຄົມ, ໂດຍສະເພາະແມ່ນບັນຫາລັກຊັບພົນລະເມືອງເກີດຂຶ້ນຫລາຍໃນກຸ່ມຊາວໜຸ່ມ ແລະ ຜູ້ຫວ່າງງານ, ຊຶ່ງໃນໄລຍະຜ່ານມາເຖິງວ່າອຳນາດການປົກຄອງ ແລະ ການຂຶ້ນບັນຊີກວດກາເປົ້າໝາຍຄ້າຂາຍ ແລະ ເສບຢາເສບຕິດ ເພື່ອນຳຕົວມາດຳເນີນຄະດີຕາມລະບຽບກົດໝາຍ ແລະ ສຶກສາອົບຮົມໃຫ້ເຫັນໄດ້ເຖິງໄພອັນຕະລາຍດັ່ງກ່າວ.

