ຜູ້ນຳຟີລິບປິນບໍ່ຮ່ວມປະຊຸມ ອົດສະຕຣາລີ-ອາຊຽນ

ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຍົກເລີກກຳນົດການເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳ ອົດສະຕຣາລີ-ອາຊຽນ ທີ່ເມືອງຊິດນີ ໃນກາງເດືອນມີນານີ້ ດ້ວຍເຫດຜົນກ່ຽວກັບ “ສະຖານະການດ້ານຄວາມໝັ້ນຄົງພາຍໃນ”.
President Duterte won't be able to join the ASEAN-Australia Summit. Find out why in this #ANCRecap. pic.twitter.com/5dnC6caNFm
— ABS-CBN News Channel (@ANCALERTS) March 5, 2018
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງມະນິລາ ປະເທດຟີລິບປິນ ໃນວັນທີ 5 ມີນາວ່າ: ທ່ານ ແຮຣີ ໂຣດ ໂຄສົກທຳນຽບມາລາກັນຍັງ ກ່າວໃນວັນທີ 5 ມີນາວ່າ: ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຍົກເລີກກຳນົດການເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳ ອົດສະຕຣາລີ-ອາຊຽນ ສະໄໝພິເສດ ເພື່ອສະເຫລີມສະຫລອງເນື່ອງໃນໂອກາດຄົບຮອບ 40 ປີ ແຫ່ງການສະຖາປະນາການພົວພັນລະດັບທະວີພາຄີ ເຊິ່ງນາຍົກລັດຖະມົນຕີ ມັລຄອມ ເທິນບູນ ຈະເປັນເຈົ້າພາບ ທີ່ເມືອງຊິດນີ ລະຫວ່າງວັນທີ 17-18 ມີນານີ້ ໂດຍໃຫ້ເຫດຜົນກ່ຽວກັບ “ສະຖານະການດ້ານຄວາມໝັ້ນຄົງພາຍໃນປະເທດ”.

