ເຄັດລັບອາລົມດີງ່າຍໆດ້ວຍອາຫານ 7 ຊະນິດ

ອາຫານຕໍ່ໄປນີ້ເມື່ອທ່ານກິນເປັນປະຈຳຈະຊ່ວຍເຮັດໃຫ້ທ່ານອາລົມດີຂຶ້ນໄດ້.
- ເຂົ້າ : ມີຄາໂບໄຮເດຣດ ເຊິ່ງໃຫ້ພະລັງງານສູງ.
- ນຳ້ : ຄືນຄວາມຊຸ່ມຊື່ນໃຫ້ແກ່ຮ່າງກາຍ.
- ໄກ່ : ມີວິຕາມິນເບ 6 ເຊິ່ງຊ່ວຍສ້າງເຊໂຣໂທນິນ (ສານສ້າງຄວາມສຸກ).
- ແກ່ນໝາກມ່ວງຫິມະພານ : ມີແຮ່ທາດແມັກນີຊຽມ ເຊິ່ງຈະປ່ຽນນຳ້ຕານເປັນພະລັງງານສູງ(ເຮັດໃຫ້ສົດຊື່່ນຫ້າວຫັນ).
- ນຳ້ມັນໝາກກອກ, ນຳ້ມັນດອກຕາເວັນ : ອຸດົມໄປດ້ວຍວິຕາມິນເອີ (ເຮັດໃຫ້ອາລົມດີຂຶ້ນ).
- ຜັກ : ຜັກໃບຂຽວ ແລະ ຖົ່ວ ມີໂຟເລດ (ຊ່ວຍປັບອາລົມໃຫ້ຢູ່ໃນລະດັບປົກກະຕິ).
- ປາທູ, ປາແຊວມັອນ : ມີສານໂອເມກ້າ 3 ເຊິ່ງມີຜົນຕໍ່ອາລົມ.
ອາຫານທັງ 7 ຊະນິດທີ່ກ່າວມາຂ້າງເທິງນັ້ນ ລ້ວນແຕ່ມີສານອາຫານທີ່ຈຳເປັນຕໍ່ຮ່າງກາຍ ເຊິ່ງມີປະໂຫຍດຕົ້ນຕໍໃນ ການຊ່ວຍປັບອາລົມໃຫ້ຄົງທີ່ ຈຶ່ງຊ່ວຍໃຫ້ທ່ານມີອາລົມດີຂຶ້ນໄດ້ແນ່ນອນ ຫາກຢາກເປັນຄົນອາລົມດີໃຫ້ໝັ່ນກິນອາຫານເຫລົ່ານີ້ເປັນ ປະຈຳ.

