ລາວ ແລະ ສາກົນຫາລືການຕ້ານອາຊະຍາກຳຂ້າມຊາດ

ໃນວັນທີ 27 ກຸມພານີ້, ອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວຮ່ວມກັບສະຖາບັນຊ່ວຍເຫລືອດ້ານກົດໝາຍ (ILSTA) ໄດ້ຈັດກອງປະຊຸມປຶກສາຫາລືການສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງໃຫ້ແຂງແຮງກວ່າເກົ່າ, ພາຍຫລັງເຫັນວ່າບັນຫາດັ່ງກ່າວພວມເປັນໄພຂົ່ມຂູ່ທ້າທາຍຕໍ່ການປົກຄອງລັດດ້ວຍກົດໝາຍຢູ່ບັນດາປະເທດໃນໂລກ.
ທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ບຸນຍັງ ຈັນດາລາ ສານ ໃຫ້ຮູ້ວ່າ: ອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງພວມເປັນບັນຫາພົ້ນເດັ່ນກ່ຽວຂ້ອງກັບການປົກປ້ອງກົດໝາຍ ແລະ ສັ່ງຟ້ອງຜູ້ກະທຳຜິດຂຶ້ນຕັດສິນ, ອາຊະຍາກຳດັ່ງກ່າວມີລັກສະນະແຜ່ລາມເປັນວົງກວ້າງ ແລະ ເປັນໄພອັນຕະລາຍຮ້າຍແຮງຂຶ້ນເລື້ອຍໆ, ໂດຍສະເພາະບັນຫາຢາເສບຕິດ ແລະ ການຟອກເງິນ, ເຊິ່ງມັນໄດ້ປ່ຽນໄປຈາກການກະທຳຜິດທີ່ມີຜົນລະດັບທ້ອງຖິ່ນກາຍເປັນລະດັບຊາດ ແລະ ສາກົນໃນປັດຈຸບັນ. ດັ່ງນັ້ນ, ຖ້າຫາກການຮ່ວມມືໃນວຽກງານປົກປ້ອງກົດໝາຍຍັງຈຳກັດ ຫລື ບໍ່ໃຫ້ການຮ່ວມມືໃດໆ ແນ່ນອນສະຖານະການຈະປ່ຽນຈາກບໍ່ດີໄປສູ່ຄວາມຫາຍະນະໄດ້.
ຢູ່ ສປປ ລາວ ໃນປີ 2016 ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 3.814 ເລື່ອງ, ມີຜູ້ຕ້ອງຫາ 5.810 ກວ່າຄົນ (ຍິງ 784 ຄົນ), ມີຄົນຕ່າງປະເທດ 127 ຄົນ ແລະ ໃນປີ 2017 ສາມາດມ້າງຄະດີຢາເສບຕິດໃນທົ່ວປະເທດໄດ້ທັງໝົດ 2.770 ກວ່າເລື່ອງ, ມີຜູ້ຕ້ອງຫາ 4.240 ກວ່າຄົນ (ຍິງ 526 ຄົນ), ມີຄົນຕ່າງປະເທດ 100 ກວ່າຄົນ. ສະນັ້ນ, ການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນຂອງພາກສ່ວນກ່ຽວຂ້ອງຕ່າງໆໃນການປະຕິບັດກົດໝາຍ ຈະສາມາດຕອບໂຕ້ຄືນຢ່າງມີປະສິດທິຜົນຕໍ່ການກະທຳຜິດທຸກກໍລະນີ ແລະ ສາມາດນຳຕົວຜູ້ກະທຳຜິດມາດໍາເນີນຄະດີຕາມລະບຽບກົດໝາຍໄດ້ຢ່າງທັນການ.

