ປກສ ເມືອງໄຊທານີ ມອບລົດຈັກຄືນເຈົ້າຂອງເດີມ

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ເມືອງໄຊທານີນະຄອນ ຫລວງວຽງຈັນ, ໄດ້ມອບລົດ ຈັກຍີຫໍ້ສະແມດ 1 ຄັນຄືນ ໃຫ້ ເຈົ້າຂອງເດີມ, ພາຍຫລັງຖືກ ຄົນຮ້າຍລັກໄປໃນຕອນແລງ ຂອງວັນທີ 19 ກຸມພານີ້ ແລະ ເຈົ້າໜ້າທີ່ສາມາດຕິດຕາມ ຈັບຕົວຄົນຮ້າຍມາດໍາເນີນຄະ ດີໄດ້ໃນມື້ດຽວກັນ, ໂດຍແມ່ນ ທ້າວພຸດທະແສງ (ໂອ) ອາຍຸ 24 ປີຢູ່ບ້ານຄຳຮຸ່ງເມືອງໄຊ ທານີນະຄອນຫລວງວຽງຈັນ.
ຂ່າວໃຫ້ຮູ້ຕື່ມວ່າ: ກ່ອນ ໜ້ານັ້ນ, ເຈົ້າໜ້າທີ່ ປກສ ເມືອງໄຊທານີສາມາດຈັບ ຕົວຄົນຮ້າຍລັກລົດຈັກຊື່ ທ້າວ ເທບໄຊ (ລຸນ) ອາຍຸ 28 ປີພັກ ເຊົາຢູ່ບ້ານໂນນ ສະຫວ່າງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນມາ ດໍາເນີນຄະດີ./.

 

+ ປກສ ເມືອງຈັນທະບູລີ ມອບລົດຄືນໃຫ້ເຈົ້າຂອງ

+ ປກສ ແຂວງສາລະວັນມອບລົດຄືນເຈົ້າຂອງເດີມ