ເຈົ້າຂອງສວນພຶກສາ ອອກປາກລາຍຮັບຍັງລ້ຽງພະນັກງານບໍ່ກຸ້ມ

ສວນພຶກສາ ແຫຼ່ງທ່ຽວ ທ່ຽວແຫ່ງໃໝ່,ໂດຍນັກລົງທຶນ ເອກະຊົນລາວສ້າງຂຶ້ນ ເພື່ອ ຮອງຮັບການທ່ອງທ່ຽວຂອງ ນະຄອນຫຼວງວຽງຈັນ ໃຫ້ມີ ຄວາມຫຼາກຫຼາຍ, ພາຍຫຼັງທີ່ ເປີດບໍລິການໃຫ້ນັກທ່ອງທ່ຽວ ເຂົ້າໄປທ່ຽວຊົມ ດ້ານຜູ້ລົງທຶນ ເປີດເຜີຍວ່າ: ມີຜົນຕອບຮັບເປັນ ໜ້າພໍໃຈ, ແຕ່ລະເດືອນມີນັກ ທ່ອງທ່ຽວເພີ້ມຂຶ້ນ, ສະເລ່ຍ ຍອດ ມື້ໜຶ່ງເກືອບ 100 ຄົນ, ແຕ່ຖ້າລວມຜົນດ້ານລາຍຮັບ ຍັງບໍ່ທັນພໍກັບການເບີກຈ່າຍ ເງິນເດືອນໃຫ້ພະນັກງານເທື່ອ.
+ ບຸນຊ້າງສັນຍານທ່ຽວແຂວງໄຊຍະບູລີ
+ ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ
ທ່ານ ພູວົງ ພະມີສິດ ເຈົ້າ ຂອງຮ້ານຄຳພູວົງ, ຜູ້ລົງທຶນ ເນລະມິດສວນພຶກສາແຫ່ງນີ້ ກ່າວວ່າ: ລາຍຮັບຈາກການ ທ່ອງທ່ຽວໃນປັດຈຸບັນຍັງຫັນ ໃຈຝືດ,ແຕ່ດ້ວຍຄວາມຕັ້ງໃຈ ຢາກສ້າງສິ່ງດີໆເພື່ອສັງຄົມ ຈຶ່ງທຸ້ມເທດ້ານກຳລັງແລະ ເງິນ ຢ່າງມະຫາສານເຂົ້າໃນການ ພັດທະນາສວນແຫ່ງນີ້, ຜ່ານ ມາລາຍຮັບຈາກການບໍລິການທ່ອງທ່ຽວຍັງບໍ່ທັນກຸ້ມກັບຈ່າຍ ເງິນເດືອນຂອງພະນັກງານ ເທື່ອ, ແນວໃດກໍຕາມກໍຕ້ອງ ຈົກທຶນຕີ່ມອີກເພື່ອພັດທະນາ ສວນໃຫ້ມີຄວາມຈົບງາມ, ຕິດ ຕັ້ງ ສະລິງຂີ່ ແລະ ອື່ນໆເຮັດ ໃຫ້ສວນພຶກສາກາຍເປັນບ່ອນທ່ອງທ່ຽວຄົບວົງຈອນ.ຜ່ານ ມາພວກເຮົາສ້າງສຳເລັດ ແລ້ວ ຮ້ານອາຫານທີ່ສາມາດຮອງຮັບແຂກໄດ້ເຖິງ 200 ຄົນ ແລະ ຕູບພັກຜ່ອນຫຼືກິນອາ ຫານ, ມີປະຕິມະກຳໄດໂນ ເສົາ,ປະຕິມະກຳແບ້ຄຳ,ປະຕິມະກຳນາກຈາກຕຳນານທີ່ ປະຊາຊົນໃນທ້ອງຖິ່ນກ່າວ ຂານກັນມາແຕ່ດົນນານ, ຊົມ ສວນຜັກອໍແກນິກ, ສວນຜັກ ສະອາດ, ສວນສະຕໍເບີລີ, ສວນ ຕາເວັນ, ສວນດອກໄມ້ເກືອບ ຮ້ອຍຊະນິດ ແລະ ບ່ອນຖ່າຍ ຮູບ ທີ່ຫຼາກຫຼາຍທີ່ສ້າງຄວາມ ຕື່ນຕາຕື່ນໃຈໃຫ້ກັບນັກທ່ອງ ທ່ຽວ,ພ້ອມມີບໍລິການຂີ່ມ້າ, ລົດ ຖີບ, ລົດໄຟຟ້າຊົມວິວ, ເຊິ່ງ ສວນພຶກສາຕັ້ງຢູ່ບ້ານດານຊີ, ເມືອງນາຊາຍທອງ, ນະຄອນ ຫຼວງວຽງຈັນ.
ທ່ານ ພູວົງ ກ່າວຕື່ມວ່າ: ຢາກໃຫ້ລັດຖະບານເຂົ້າມາ ຊ່ວຍໃນດ້ານການເງິນ ເນື່ອງ ຈາກວ່າ ຕາມແຜນການພັດ ທະນາສວນພຶກສາໃຫ້ຄົບວົງຈອນຕ້ອງນຳໃຊ້ທຶນຫຼາຍ ຮ້ອຍຕື້ກີບ,ຖ້າຈະອາໄສແຕ່ ທຶນຮອນຂອງຕົນເອງຄົງ ຈະພັດທະນາໄດ້ຊ້າ, ເພາະໄດ້ ລົງທຶນໄປຫຼາຍແລ້ວຖ້າລັດ ເຂົ້າມາຊ່ວຍ ກໍຈະເຮັດໃຫ້ ສຳເລັດໄວຕາມແຜນ ແລະ ປະ ໂຫຍດລວມຈະຕາມມາຄືປະ ຊາຊົນ ໃນບ້ານອ້ອມຂ້າງໄດ້ ເຂົ້າມາເຮັດວຽກຢູ່ທີ່ນີ້ ແລະ ຕັ້ງຮ້ານຄ້າຢູ່ແຄມທາງຂາຍ ສິນຄ້າໃຫ້ນັກທ່ອງທ່ຽວເປັນ ຈຳນວນຫຼວງຫຼາຍ./.

