ຣີລ ມາດຣິດ ເລັ່ງສອຍ ປ໊ອກບາ ເສີມກາງ

ສື່ຕ່າງປະເທດລາຍງານຂ່າວ ຣີລ ມາດຣິດ ພ້ອມເດີນໜ້າຄວ້າ ປອລ ປ໊ອກບາ ມິດຟິລ ແມນເຊັສເຕີ ຢູໄນເຕັດ ເສີມທີມ, ຫລັງນັກເຕະສຸດຜິດຫວັງທີ່ ແມນເຊັສເຕີ ຢູໄນເຕັດ ໝົດທ່າໄດ້ແຊ້ມພຣີເມຍລີກ ເປັນສະໄໝທີ 2 ຕິດຕໍ່ກັນ, ຄາດ ຣີລ ມາດຣິດ ຕ້ອງຈ່າຍເງິນ 120 ກວ່າລ້ານປອນ.
ເດິຊັນ ສື່ຊື່ດັງຂອງອັງກິດ ລາຍງານຂ່າວວ່າ: ຣີລ ມາດຣິດ ທີມຍັກໃຫຍ່ແຫ່ງ ລາລີກາ ສະເປນ ວາງແຜນເດີນໜ້າຄວ້າ ປອລ ປ໊ອກບາ ມິດຟິລຕົວເກັ່ງຂອງ ແມນເຊັສເຕີ ຢູໄນເຕັດ ສະໂມສອນຍັກໃຫຍ່ແຫ່ງ ພຣີເມຍລີກ ມາເສີມທີມໃນລະດູການນີ້.
ລາຍງານລະບຸວ່າ: ມິດຟິລທີມຊາດຝຣັ່ງ ອາຍຸ 24 ປີ ຜິດຫວັງທີ່ ຣີລ ມາດຣິດ ມີໂອກາດສູງທີ່ຈະພາດຄວ້າແຊ້ມພຣີເມຍລີກ ເປັນລະດູການທີ 2 ຕິດຕໍ່ກັນ ຫລັງ ແມນເຊັສເຕີ ຊິຕີ້ ມີຄະແນນນຳໃນຕາຕະລາງຢ່າງຂາດລອຍ ແລະ ຣີລ ມາດຣິດ ພ້ອມຄວ້າ ປ໊ອກບາ ມາຮ່ວມທີມໃນຈົບລະດູການນີ້.
ເດິ ຊັນ ຍັງອ້າງອີກວ່າ: ແມນເຊັສເຕີ ຢູໄນເຕັດ ບໍ່ຢາກຂາຍ ປ໊ອກບາ ຫລັງຈາກທີ່ນັກເຕະຍັງເຫລືອສັນຍາອີກ 3 ປີ. ຂະນະທີ່ ຣີລ ມາດຣິດ ອາດຕ້ອງຍື່ນຂໍ້ສະເໜີເກີນ 120 ລ້ານປອນ ເພື່ອຫວັງໃຫ້ ແມນເຊັສເຕີ ຢູໄນເຕັດ ຍອມຂາຍ ປ໊ອກບາ ມາຢູ່ ຣີລ ມາດຣິດ.

