ເຈດີບີ ເຂັ້ມແຂງຄຽງຄູ່ສັງຄົມລາວ

ທະນາຄານຮ່ວມພັດທະນາ (JDB) ໄດ້ພັດທະນາລະບົບຕາໜ່າງການບໍລິການດ້ານການເງິນໄດ້ຕາມຄວາມຕ້ອງການຂອງສັງຄົມຢ່າງທົ່ວເຖິງ ຈົນໄດ້ຮັບການຢັ້ງຢືນ ISO:9001-2016 ຈາກສາກົນ, ສ້າງຄວາມເຊື່ອເຮັດໃຫ້ລູກຄ້າ ເຂົ້າມາຝາກເງິນໃນປີ 2017 ຍອດບັນຊີເຖິງ 1,77 ແສນກວ່າບັນຊີ ແລະ ຂະ ຫຍາຍໜ່ວຍບໍລິການໄປທົ່ວປະເທດ 53 ໜ່ວຍ, ພ້ອມທັງມີບໍລິການອື່ນໆ ເຮັດໃຫ້ມີຄວາມເຂັ້ມແຂງແລ້ວເພີ່ມທຶນຈົດທະບຽນຈາກ 10 ລ້ານຂຶ້ນເປັນ 50 ລ້ານໂດລາສະຫະລັດໃນປີ 2017.
ເຈົ້າໜ້າທີ່ໜ່ວຍງານຂ່າວ ແລະ ປະຊາສຳພັນທະນາຄານຮ່ວມພັດທະນາລາຍງານວ່າ: ພາຍໃຕ້ການຊີ້ນຳຂອງທ່ານ ເອກະພັນ ພະພິທັກ ປະທານຜູ້ບໍລິຫານນັບແຕ່ປີ 2012 ເປັນຕົ້ນມາ, ໄດ້ວາງວິໄສທັດຢ່າງແທດເໝາະກັບສະພາບຄວາມຕ້ອງການຂອງສັງຄົມ ແລະ ການຫັນໄປສູ່ຄວາມທັນສະໄໝຕາມມາດຕະຖານຂອງສາກົນ ຄື: ໄດ້ຫັນປ່ຽນລະບົບຈາກ core banking ມາເປັນ Oracle Flexcube ແລະ ລວມທັງການພັດທະນາລະບົບອື່ນໆ ເຊັ່ນ:ອິນເຕີເນັດແບັງຄິງ, ໂມບາຍແບັງຄິງ, ລະບົບບັດ, ຕູ້ເອທີເອັມ ແລະ ເຮັດທຸລະກຳທາງການເງິນອື່ນໆຜ່ານລະບົບມືຖື.
ໄປຄຽງຄູ່ກັບການພັດທະນາລະບົບກໍມີນະໂຍບາຍເງິນກູ້ສົ່ງເສີມການສຶກສາ,ພະນັກງານ, ກຳມະກອນ ແລະ ປະຊາຊົນ ລວມເຖິງການໃຫ້ສິດພິເສດແກ່ລູກຄ້າທີ່ໄດ້ໃຊ້ບໍລິການເບີກຈ່າຍເງິນເດືອນຜ່ານທະນາຄານສາມາດກູ້ໄດ້ໃນໄລຍະສັ້ນ. ສຳລັບລູກຄ້າເກົ່າ ແລະ ເປີດບັນຊີໃໝ່ ກໍສາມາດຮັບທັນທີປະກັນສຸຂະພາບວົງເງິນ 5 ແສນກີບຕໍ່ການເຈັບເປັນແຕ່ລະຄັ້ງ.
ແນວໃດກໍຕາມ, ໃນປີ 2017 ທະນາຄານໄດ້ພັດທະນາຂະຫຍາຍໜ່ວຍບໍລິການໄດ້ 53 ໜ່ວຍບໍລິການເຫັນວ່າລື່ນຄາຍໝາຍ ແລະ ບັນຊີເງິນຝາກກໍເພີ່ມຂື້ນຈາກ 1,14 ເປັນ 1,77 ແສນກວ່າບັນຊີ, ນັ້ນສະແດງໃຫ້ເຫັນວ່າປະຊາຊົນ,ນັກທຸລະກິດ, ພະນັກງານ ມີຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈທະນາຄານຮ່ວມພັດທະນາຕະຫລອດມາ.
